ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນໃນປັດຈຸບັນກຳລັງໄດ້ຮັບການພັດທະນາ

2023-08-09 15:10:15 cri

ອີງຕາມຕົວເລກຂໍ້ມູນທີ່ທາງການຈີນເປີດເຜີຍໃນວັນທີ 8 ສິງຫານີ້ສະແດງໃຫ້ເຫັນວ່າ, ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຈີນແລະອາຊຽນຕ່າງເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນແລະກັນ. ທ່ານສູໜິງໜິງ ອຳນວຍການບໍລິຫານງານສະພາມົນຕີທຸລະກິດຈີນ-ອາຊຽນ, ປະທານຄະນະກຳມາທິການການຮ່ວມມືດ້ານອຸດສາຫະກຳ RCEP ໃຫ້ສຳພາດຕໍ່ນັກຂ່າວວ່າ, ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນໃນປັດຈຸບັນກຳລັງໄດ້ຮັບການພັດທະນາ.


ອີງຕາມຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ລະຫວ່າງເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດມູນຄ່າການຄ້າຈີນແລະອາຊຽນແມ່ນສູງເຖິງ 3.590 ຕື້ຢວນ, ເພີ່ມຂຶ້ນ 2,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ສູງກວ່າຈັງຫວະການເຕີບໂຕຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນໃນໄລຍະດຽວກັນ 2,4%; ການຄ້າລະຫວ່າງຈີນແລະອາຊຽນໄດ້ກວມ 15,3% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ, ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ທ່ານສູໜິງໜິງກ່າວເນັ້ນໜັກວ່າ, ການຮ່ວມມືດ້ານເສດຖະກິດລະຫວ່າງຈີນແລະອາຊຽນໃນປັດຈຸບັນມີຄຸນນະພາບ ແລະ ປະສິດທິພາບດີຂຶ້ນກວ່າເກົ່າ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍພວມຫັນຈາກ “ການດຳເນີນໃນຂອບເຂດກວ້າງ” ຂະຫຍາຍມາເປັນ “ການຍົກສູງຄຸນນະພາບ”.