ທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຊາຍແດນຈີນ-ຫວຽດນາມໂດຍກົງສາຍທຳອິດຂອງຈີນເລີ່ມວາງລາງແລ້ວ

2023-08-09 11:01:52 cri

ຕອນເຊົ້າວັນທີ 8 ສິງຫານີ້, ທາງລົດໄຟຝາງເສີງກາງ-ຕົ່ງຊີ່ງ ເຊິ່ງເປັນທາງລົດໄຟຄວາມໄວສູງທີ່ໄປຮອດຊາຍແດນຈີນ-ຫວຽດນາມໂດຍກົງສາຍທຳອິດຂອງຈີນ ໄດ້ເຂົ້າສູ່ຂັ້ນຕອນວາງລາງແລ້ວ.

ທາງລົດໄຟຝາງເສີງກາງ-ຕົ່ງຊີ່ງຕັ້ງຢູ່ທາງພາກຕາເວັນຕົກສຸດຂອງທາງລົດໄຟລຽບຕາມແຄມທະເລຂອງຈີນ, ເປັນທາງລົດໄຟສາຍທຳອິດທີ່ເຊື່ອມຕໍ່ນະຄອນຕົ່ງຊີ່ງ ເຊິ່ງເປັນຕົວເມືອງຜ່ານດ່ານພຽງແຫ່ງດຽວຂອງຈີນທີ່ຕິດຈອດກັບຫວຽດນາມທາງບົກ ແລະ ທາງທະເລ. ທາງລົດໄຟຝາງເສີງກາງ-ຕົ່ງຊີ່ງມີຄວາມຍາວທັງໝົດ 46,9 ກິໂລແມັດ, ຄວາມໄວ 200 ກິໂລແມັດຕໍ່ຊົ່ວໂມງ.

ມາຮອດປັດຈຸບັນ, ການເຈາະອຸມົງ ແລະ ສ້າງຂົວຢູ່ຕາມທາງລົດໄຟດັ່ງກ່າວໄດ້ສຳເລັດຢ່າງຮອບດ້ານແລ້ວ, ການສ້າງພື້ນທາງໄດ້ສຳເລັດ 90%. ຕາມແຜນການກໍ່ສ້າງ, ທາງລົດໄຟດັ່ງກ່າວຈະສຳເລັດການວາງລາງກ່ອນທ້າຍເດືອນກັນຍາປີນີ້ ແລະ ມີເງື່ອນໄຂເປີດບໍລິການໃນທ້າຍເດືອນທັນວາປີນີ້.