ຊີວິດທີ່ມີຄວາມສຸກແລະຄວາມມ່ວນຊື່ນ, ການອອກກຳລັງກາຍໃຫ້ມີສຸຂະພາບແຂງແຮງແມ່ນຄວາມສຳຄັນທີ່ສຸດ

2023-08-10 18:00:02 cri



 

   ວັນທີ 28 ກໍລະກົດ 2023, ງານກິລາມະຫາວິທະຍາໄລໂລກລະດູຮ້ອນຄັ້ງທີ31 ໄດ້ໄຂຂຶ້ນຢູ່ນະຄອນເສີງຕູ່ ແຂວງເສສວນ ສປ ຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດງານທັງໄດ້ປະກາດເປີດງານກິລາມະຫາວິທະຍາໄລໂລກຄັ້ງນີ້.

 

ຕໍ່ກັບກິລາ, ທ່ານສີຈິ້ນຜິງແມ່ນມີຄວາມມັກຮັກແລະໃຫ້ຄວາມສຳຄັນເປັນຢ່າງສູງມາໂດຍຕະຫຼອດ. ວັນທີ 23 ມັງກອນ2017, ໃນເວລາສຳຫຼວດກວດກາວຽກງານກະກຽມຈັດງານມະຫາກຳກິລາໂອລິມປິກລະດູໜາວປັກກິ່ງ 2022 ຢູ່ນະຄອນ ຈ່າງເຈ່ຍໂຂ້ວ ແຂວງເຫີເປີຍ, ເພິ່ນໄດ້ເວົ້າດ້ວຍຄວາມສຳຄັນວ່າ: “ຊີວິດທີ່ມີຄວາມສຸກແລະຄວາມມ່ວນຊື່ນ, ການອອກກຳລັງກາຍໃຫ້ມີສຸຂະ ພາບແຂງແຮງແມ່ນ ຄວາມສຳຄັນທີ່ສຸດ”, ຄຳເວົ້າທີ່ສັ້ນກະທັດຮັດນີ້ໄດ້ເປີດເຜີຍໃຫ້ເຫັນຄວາມສຳຄັນຂອງການອອກກຳລັງກາຍໃຫ້ມີສຸຂະພາບແຂງແຮງ. ຕອນເຍົາໄວ, ທ່ານສີຈິ້ນຜິງມັກເຕະບານແລະຫຼິ້ນສະເກັດເລື້ອຍໆ. ຫຼັງຈາກເຂົ້າເຮັດວຽກແລ້ວ, ເພິ່ນຍັງຮັກສາຄວາມຊິນເຄີຍໃນການລອຍນ້ຳ, ປີນພູ, ເພິ່ນມັກກິລາບານສົ່ງ,ບານບ້ວງ,ເທັນນິສ,ຕີມວຍ,ວູຊູ້ ແລະກິລາອື່ນໆ, ເພິ່ນຍັງມັກຊົມການແຂ່ງຂັນກິລາໄອສຮອກກີ, ສະເກັດຄວາມໄວ,ສະເກັດລີລາ, ສະກີ ເປັນຕົ້ນ.

 

ການອອກກຳລັງກາຍສາມາດຜ່ອນຄາຍອາລົມເຄັ່ງຕຶງ,ກັງວົນແລະອື່ນໆ, ເພີ່ມຄວາມສາມາດເຮັດວຽກຂອງຫົວໃຈແລະປອດ, ເພີ່ມພູມຕ້ານທານໃຫ້ຫຼາຍຂຶ້ນ, ເຮັດໃຫ້ຄົນເຮົາມີສຸຂະພາບທັງກາຍແລະໃຈດີຂຶ້ນກວ່າເກົ່າ.

 

ເດືອນກຸມພາປີ2014, ໃນໂອກາດເດີນທາງໄປເຂົ້າຮ່ວມພິທີເປີດງານມະຫະກຳກິລາໂອລິມປິກລະດູໜາວຄັ້ງທີ 22 ຢູ່ນະຄອນໂຊຊີ ປະເທດຣັດເຊຍຕາມຄຳເຊີນນັ້ນ,ທ່ານສີຈິ້ນຜິງໄດ້ໃຫ້ສຳພາດຕໍ່ໂທລະພາບຣັດເຊຍວ່າ: “ໃນຖານະເປັນຜູ້ນຳປະເທດ,ພວກເຮົາໄດ້ອຸທິດຕົນໃຫ້ກັບປະເທດຊາດແລ້ວ, ຖ້າເວົ້າເລື່ອງການເຮັດວຽກແນ່ນອນແລ້ວຕ້ອງຢູ່ໃນສະພາບເຮັດວຽກທີ່ເກີນສ່ວນ, ແຕ່ກໍຄວນເອົາໃຈໃສ່ການພັກຜ່ອນຢ່ອນອາລົມ”. ເພິ່ນໄດ້ໃຊ້ຄຳສຸພາສິດຈີນມາປຽບທຽບການອອກກຳລັງກາຍວ່າ “ການຝົນພ້າຈະບໍ່ເສຍເວລາການຫາຟືນ.” ເພາະວ່າການອອກກຳລັງກາຍເປັນຢາດີສຳລັບກະຕຸ້ນອາລົມຈິດໃຫ້ສົດຊື່ນ.

 

ການອອກກຳລັງກາຍແມ່ນສາມາດນຳມາເຊິ່ງຄວາມໝັ້ນໃຈຕົນເອງແລະຄວາມເບີກບານມ່ວນຊື່ນ. ໃນເວລາອອກກຳລັງກາຍ, ເມື່ອພວກເຮົາທ້າທາຍຕໍ່ຕົນເອງ, ບຸກທະລຸຂີດຄວາມສາມາດຂອງຕົນແລະໄດ້ຮັບຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງແລ້ວ ກໍຈະໄດ້ມີຄວາມພູມໃຈຫຼາຍຂຶ້ນຈາກຄວາມສຳເລັດ.

 

ໃນໄລຍະເຂົ້າຮ່ວມງານມະຫາກຳກິລາໂອລິມປິກຄົນພິການໂຕກຽວ2020,  ທ້າວເຈີ້ງທ່າວ ນັກກິລາລອຍນ້ຳຄົນພິການທີມຊາດຈີນທີ່ຈຳເປັນຕ້ອງຄາບແພຂົນໜູເພື່ອກຽມທ່າເລີ່ມອອກແຂ່ງຂັນຍ້ອນບໍ່ມີແຂນນັ້ນສາມາດຊີງໄດ້4ຫຼຽນຄຳ. ລາວບອກວ່າ: “ການປ່ຽນແປງສຳຄັນທີ່ສຸດຂອງຂ້ອຍທີ່ເກີດຈາກການຫຼິ້ນກິລາລອຍນ້ຳ ແມ່ນເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຕົນເອງຫຼາຍຂຶ້ນ.” ຈາກເຍົາໄວຜູ້ບໍ່ມີແຂນເຊິ່ງເປັນປົມດ້ອຍທີ່ສຸດແລະຂາດຄວາມສາມາດຊ່ວຍເຫຼືອຕົນເອງໃນດ້ານຊີວິດການເປັນຢູ່ແຕ່ຫົວທີນັ້ນໄດ້ກາຍມາເປັນແຊ໊ມປ້ຽນໂລກ, ກິລາລອຍນ້ຳໄດ້ເຮັດໃຫ້ທ້າວເຈີ້ງທ່າວກາຍເປັນໄວໜຸ່ມທີ່ເບິ່ງໂລກໃນແງ່ດີ, ສ້າງຄວາມກ້າວໜ້າຢູ່ເລື້ອຍໆ, ເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

 

ກິລາເປັນພື້ນຖານແຫ່ງຊີວິດທີ່ມີຄວາມສຸກຂອງສ່ວນບຸກຄົນ ແລະຍັງເປັນເນື້ອໃນສຳຄັນທີ່ຄວນມີສຳລັບປະເທດຊາດທີ່ຈະເລີນເຂັ້ມແຂງ. ສຸຂະພາບເຂັ້ມແຂງຂອງທົ່ວປວງຊົນເປັນຜົນມາຈາກສຸຂະພາບເຂັ້ມແຂງຂອງສ່ວນບຸກຄົນ, ມັນພົວພັນກັບຄວາມຈະເລີນຮຸ່ງເຮືອງແລະຄວາມເຂັ້ມແຂງຂອງປະເທດຊາດ ທັງເປັນພື້ນຖານສຳຄັນໃນການບັນລຸຄວາມໃຝ່ຝັນຂອງຈີນແຫ່ງການຟື້ນຟູຄວາມຈະ ເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

 

ທ່ານສີຈິ້ນຜິງ ໄດ້ພິຈາລະນາໂດຍເລີ່ມຈາກສະພາບແຫ່ງຊາດຂອງຈີນ, ໄດ້ສະເໜີຂໍ້ຮຽກຮ້ອງທີ່“ຊຸກຍູ້ໃຫ້ການອອກກຳລັງກາຍທົ່ວປວງຊົນເຊື່ອມໂຍງເຂົ້າກັບສຸຂະພາບຂອງທົ່ວປວງຊົນຢ່າງເລິກເຊິ່ງ,” ເປີດຂະບວນການໃໝ່ແຫ່ງການພັດທະນາການອອກກຳລັງກາຍທົ່ວປວງຊົນ. ກ່ຽວກັບວຽກງານດ້ານນີ້, ເພິ່ນກ່າວວ່າ: “ບໍ່ມີສຸຂະພາບທີ່ເຂັ້ມແຂງຂອງທົ່ວປວງຊົນກໍບໍ່ມີສັງຄົມທີ່ອີ່ມໜຳສຳ ລານຢ່າງຮອບດ້ານ.” “ລະດັບການເຜີຍແຜ່ຂະບວນການອອກກຳລັງກາຍທົ່ວປວງຊົນຢ່າງທົ່ວເຖິງ ກັບ ລະດັບການມີສ່ວນຮ່ວມ ໃນການຮ່ວມມືສາກົນດ້ານກິລາ ກໍແມ່ນຂີດໝາຍສຳຄັນທີ່ສ່ອງແສງໃຫ້ເຫັນເຖິງລະດັບຫັນເປັນທັນສະໄໝຂອງປະເທດໜຶ່ງ.”…

 

ໃນຖານະເປັນຜູ້ລິເລີ່ມແລະຜູ້ປະຕິບັດຕົວຈິງຂອງຂະບວນການອອກກຳລັງກາຍທົ່ວປວງຊົນ, ທ່ານສີຈິ້ນຜິງບໍ່ພຽງແຕ່ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງການອອກກຳລັງກາຍທົ່ວປວງຊົນມາຫຼາຍເທື່ອເທົ່ານັ້ນ, ເພິ່ນຍັງໄດ້ວາງແຜນການແລະຊຸກຍູ້ວຽກງານອອກກຳລັງກາຍທົ່ວປວງຊົນ ເພື່ອກະຕຸ້ນຄວາມຫ້າວຫັນແລະຄວາມກະຕືລືລົ້ນຂອງທົ່ວປວງຊົນໃນການອອກກຳລັງກາຍອີກດ້ວຍ.

 

ທຸກມື້ນີ້, ການກໍ່ສ້າງພື້ນຖານໂຄງລ່າງດ້ານກິລາຢູ່ຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ,ທົ່ວປວງຊົນມີຄວາມກະຕືລືລົ້ນໃນການອອກກຳລັງກາຍນັບມື້ສູງຂຶ້ນ. ນັບມາຮອດທ້າຍປີ2022, ທົ່ວປະເທດຈີນໄດ້ສ້າງສຳເລັດສະຖານທີ່ຫຼິ້ິ້ນກິລາລວມທັງໝົດ 4.227.000 ແຫ່ງ, “ວົງລັດສະໝີອອກກຳລັງກາຍ15ນາທີ”ຢູ່ເຂດຊຸມຊົນຕົວເມືອງໄດ້ມີຂະໜາດໃຫຍ່ໃນລະດັບໃດໜຶ່ງ. ກິດຈະ ກຳທີ່ອຳນວຍຄວາມສະດວກແລະສ້າງຜົນປະໂຫຍດໃຫ້ກັບປະຊາຊົນໄດ້ປາກົດຂຶ້ນເປັນຈຳນວນຫຼວງຫຼາຍ, ການແຂ່ງຂັນກິລາມະ ຫາຊົນປະເພດຕ່າງໆເຊັ່ນ: ບານເຕະຊຸບເປີລີກຊົນນະບົດ, ການແຂ່ງຂັນບານບ້ວງ “ບ້ານຊົນນະບົດBA”, ຊ່ວງເຮືອແລະອື່ນໆໄດ້ພັດທະນາຢ່າງຟົດຟື້ນຢູ່ເຂດຊົນນະບົດອັນກວ້າງໃຫຍ່ໄພສານ, ການອອກກຳລັງກາຍຂອງມວນຊົນເຊັ່ນ: ການເຕັ້ນແອໂຣບິກ, ການຍ່າງເພື່ອສຸຂະພາບ ແລະອື່ນໆແມ່ນເຫັນໄດ້ຢູ່ເຂດຊຸມຊົນແລະສວນສາທາລະນະເກືອບທຸກແຫ່ງ.

 

ຄົນຄົນໜຶ່ງມີສຸຂະພາບເຂັ້ມແຂງເປັນພື້ນຖານແຫ່ງການດຳລົງຄົງຕົວຂອງສ່ວນບຸກຄົນ, ປະຊາຊົນມີສຸຂະພາບເຂັ້ມແຂງເປັນພື້ນ ຖານແຫ່ງການຄົງຕົວຂອງປະເທດຊາດ. ເມື່ອປະເທດຮັ່ງມີເຂັ້ມແຂງ, ຊີວິດມີຄວາມສຸກ, ປະຊາຊົນມີສຸຂະພາບແຂງແຮງແລ້ວ ຍ່ອມຈະເພີ່ມພະລັງແຮງທີ່ເຂັ້ມແຂງຫຼາຍກວ່າເກົ່າໃຫ້ກັບການພັດທະນາປະເທດຈີນ.