ກະແສນິຍົມໝີແພນດາມາແຮງໃນທົ່ວໂລກເປັນເພາະເຫດໃດ?

2023-08-10 15:55:49 cri

ງານກິລານັກສຶກສາໂລກເສິງຕູທີ່ຫາກໍ່ສິ້ນສຸດລົງ ໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ. ຄຽງຄູ່ກັບງານກິລາດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນເສິງຕູ, ນະຄອນເສິງຕູໄດ້ “ເຕັມໄປດ້ວຍ” ບັນນຍາກາດຂອງໝີແພນດາ ເຊັ່ນ: ລົດໄຟຄວາມໄວສູງທີ່ມີຮູບໝີແພນດາ, ກະແລມໝີແພນດາ, ກາເຟໝີແພນດາ, ຕຸກກະຕາໝີແພນດາ ເຫຼົ່ານີ້ເປັນຕົ້ນ, ໝີແພນດາໄດ້ຕ້ອນຮັບນັກກິລາ ແລະ ແຂກທີ່ມາຈາກປະເທດຕ່າງໆ ດ້ວຍທ່າທາງອືດອາດໜ້າຮັກ. ນັກກິລາໜຸ່ມຈາກປະເທດຕ່າງໆ ນອກຈາກແຂ່ງຂັນກິລາໃນສະໜາມກິລາແລ້ວ, ຍັງໄປຊົມໝີແພນດາ ເຊິ່ງໄດ້ກາຍເປັນທາງເລືອກອັນດັບໜຶ່ງຂອງຫຼາຍຄົນ. ທັນທີທີ່ຍ່າງເຂົ້າສູ່ສູນຄົ້ນຄວ້າແຜ່ພັນໝີແພນດາ, ກໍໄຈະໄດ້ຍິນຄຳວ່າ:  “ຈັ່ງແມ່ນໜ້າຮັກແທ້ໆ!” “ຢາກອຸ້ມມັນອີ່ຫຼີ”. , ໝີແພນດາກໍໄດ້ດຶງດູດສາຍຕາຂອງນັກກິລາທັງຫຼາຍ. ນະຄອນເສິງຕູເປັນ “ຕົວເມືອງແຫ່ງໝີແພນດາ”, ສັດນຳໂຊກໃນງານກິລານັກສຶກສາໂລກຄັ້ງນີ້ ກໍແມ່ນອອກແບບຕາມຮູບລັກສະນະຂອງໝີແພນດາ.

ງານກິລານັກສຶກສາລະດູຮ້ອນໂລກໄດ້ສ້າງກະແສນິຍົມໝີແພນດາແລະມາແຮງເປັນພິເສດ, ນີ້ບໍ່ແມ່ນເລື່ອງເໜືອຄວາມຄາດຄິດ, ກໍຍ້ອນວ່າງານກິລາຄັ້ງນີ້ຈັດຂຶ້ນຢູ່ບ້ານເກີດຂອງໝີແພນດານັ້ນເອງ ແລະ ໝີແພນດານັ້ນໄດ້ຮັບຄວາມນິຍົມຊົມຊອບໃນທົ່ວໂລກມາໂດຍຕະຫຼອດ. ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງປີ 2022, “ປິ່ງຕຸ່ນຕຸ່ນ” ທີ່ເປັນສັດນຳໂຊກ ກໍໄດ້ຮັບຄວາມນິຍົມຊົມຊອບໃນຂອບເຂດທົ່ວໂລກ; “ຈິ້ນປາວ” ທີ່ເປັນສັດນຳໂຊກໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ກໍເປັນຮູບລັກສະນະຂອງໝີແພນດາເຊັ່ນກັນ ເຊິ່ງໄດ້ສ່ອງແສງໃຫ້ເຫັນຄວາມປາຖະໜາຂອງຈີນ ທີ່ຢາກແບ່ງປັນໂອກາດ ແລະ ຜົນປະໂຫຍດດ້ານການພັດທະນາກັບໂລກຕື່ມອີກ; “ພ້ານພ້ານ” ທີ່ເປັນສັດນຳໂຊກຂອງງານກິລາເອຊຽນເກມປັກກິ່ງປີ 1990 ແລະ “ຈິງຈິງ”ທີ່ເປັນສັດນຳໂຊກຂອງງານກິລາໂອລິມປິກລະດູຮ້ອນປັກກິ່ງປີ 2008 ລ້ວນແລ້ວແຕ່ເປັນຮູບລັກສະນະຂອງໝີແພນດາທີ່ມີໃບໜ້າຍິ້ມແຍ້ມແຈ່ມໃສ ເພື່ອຕ້ອນຮັບນັກກິລາ ແລະ ແຂກທົ່ວໂລກ.

ປັດຈຸບັນນີ້, ໝີແພນດານັບມື້ນັບຫຼາຍໄດ້ຖືກສົ່ງອອກໄປຕ່າງປະເທດ ເພື່ອນຳເອົາມິດຕະພາບ ແລະ ຄວາມຮັກແພງຂອງປະຊາຊົນຈີນໄປສູ່ທົ່ວໂລກ. ໃນໄລຍະມໍ່ໆມານີ້, ໝີແພນດາທີ່ດຳລົງຊີວິດຢູ່ຕ່າງປະເທດ ກໍມີຫຼາຍເລື່ອງດີເກີດຂຶ້ນຕາມໆກັນ. “ອາຍປາວ” ທີ່ເປັນໝີແພນດາທີ່ດຳລົງຊີວິດຢູ່ ສ.ເກົາຫຼີ ໄດ້ເກີດລູກຝາແຝດເພດແມ່ ເຊິ່ງເຮັດໃຫ້ຄອບຄົວໝີແພນດາຢູ່ ສ.ເກົາຫຼີ ໄດ້ເຕີບໃຫຍ່ຂະຫຍາຍຕົວ; ຢູ່ໃນສວນສັດແຫ່ງຊາດສະມາຄົມສະມີຊັນນະຄອນຫຼວງວໍຊິງຕັນອາເມຣິກາ, “ເໝີຍຊຽງ” ກິນຂະໜົມເຄັກທີ່ໄດ້ອອກແບບເປັນພິເສດ; ທ່ານເອັມ ມານູເອວ ມະຄຣົງ ປະທານາທິບໍດີຝຣັ່ງພ້ອມພັນລະຍາ ແລະ ປະຊາຊົນຝຣັ່ງໄດ້ເຂົ້າຮ່ວມພິທີສົ່ງ “ຢວນເມິ້ງ” ທີ່ເປັນໝີແພນດາປະຈຳຝຣັ່ງກັບຄືນປະເທດຈີນ ເຫຼົ່ານີ້ເປັນຕົ້ນ.

“ການພົວພັນລະຫວ່າງສອງປະເທດຂຶ້ນຢູ່ກັບມິດຕະພາບລະຫວ່າງປະຊາຊົນ”, ສະຫຼຸບແລ້ວວ່າ, ການພົວພັນລະຫວ່າງປະເທດຈະເປັນການພົວພັນລະຫວ່າງປະຊາຊົນ. ໃນຖານະເປັນທູດແຫ່ງມິດຕະພາບ, ໝີແພນດາຈີນໄດ້ຮັບຄວາມຮັກແພງ ແລະ ຄວາມນິຍົມຊົມຊອບຈາກປະເທດຕ່າງໆໃນໂລກ, ໄດ້ເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນຈີນກັບຕ່າງປະເທດດ້ວຍຮູບແບບພິເສດຢ່າງໜຶ່ງ ແລະ ກາຍເປັນສາຍພານທີ່ສຳຄັນຢ່າງໜຶ່ງໃນການຂະຫຍາຍການພົວພັນມິດຕະພາບກັບຕ່າງປະເທດຂອງຈີນ.