ລັດຖະມົນຕີການຕ່າງປະເທດຈີນຈະຢ້ຽມຢາມສິງກະໂປ, ມາເລເຊຍ ແລະ ກຳປູເຈຍ

2023-08-10 10:46:47 cri

ວັນທີ 9 ສິງຫານີ້, ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານວີວຽນ ບາລາຄຣີສແນນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ, ທ່ານຊຳບຣີ ອັບດຸນ ກາເດຍ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ແລະ ທ່ານປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງຢ້ຽມຢາມສິງກະໂປ, ມາເລເຊຍ ແລະ ກຳປູເຈຍ ລະຫວ່າງວັນທີ 10 ຫາ 13 ສິງຫານີ້.