ຊ່ອງທາງແລກປ່ຽນແລະໂອນເງິນຢວນຈີນກັບເງິນຣູເປຍອິນໂດເນເຊຍໂດຍກົງ ຖືກເປີດນຳໃຊ້ຢ່າງເປັນທາງການ

2023-08-11 10:33:51 cri

ໃນກອງປະຊຸມເວທີເປິກສາຫາລືວ່າດ້ວຍການປະດິດສ້າງໃໝ່ແລະການພັດທະນາຕ່ອງໂສ້ການສະໜອງຂ້າມຊາດຈີນ-ອາຊຽນ ທີ່ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ໃນວັນທີ 10 ສິງຫານີ້ ໄດ້ເຜີຍແຜ່ຜົນງານທີ່ກ່ຽວຂ້ອງກັບການສ້າງຕ່ອງໂສ້ການສະໜອງຂ້າມຊາດຈີນ-ອາຊຽນງວດໜຶ່ງ ເຊິ່ງລວມທັງຊ່ອງທາງແລກປ່ຽນແລະໂອນເງິນຢວນຈີນກັບເງິນຣູເປຍອິນໂດເນເຊຍໂດຍກົງຂອງທະນາຄານຄົມມະນາຄົມຈີນ.


ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງທະນາຄານຄົມມະນາຄົມຈີນກ່າວໃນມື້ດຽວກັນວ່າ, ການເປີດນຳໃຊ້ຊ່ອງທາງແລກປ່ຽນແລະໂອນເງິນຢວນຈີນກັບເງິນຣູເປຍອິນໂດເນເຊຍໂດຍກົງ ໄດ້ເຮັດໃຫ້ຂັ້ນຕອນການແລກປ່ຽນແລະໂອນເງິນຕາກະທັດຮັດເຂົ້າ ເຊິ່ງໄດ້ສ້າງຂົວຕໍ່ໃຫ້ແກ່ການແລກປ່ຽນແລະໂອນເງິນຕາລະຫວ່າງວິສາຫະກິດສອງປະເທດຈີນ-ອິນໂດເນເຊຍ. ທະນາຄານຕົນຈະໃຫ້ການສະໜັບສະໜູນດ້ານການທະນາຄານທີ່ຫຼາຍກວ່າເກົ່າ ແກ່ການປະດິດສ້າງໃໝ່ ແລະ ການພັດທະນາຕ່ອງໂສ້ການສະໜອງຂ້າມຊາດລະຫວ່າງຈີນ-ອິນໂດເນເຊຍ ເພື່ອຊຸກຍູ້ການພັດທະນາການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ.