ໄທວາງນະໂຍບາຍໃໝ່ເພື່ອສ້າງຄວາມສະດວກໃຫ້ກັບນັກທ່ອງທ່ຽວຈີນໄປທ່ຽວໄທ

2023-08-11 15:47:08 cri

ວັນທີ 10 ສິງຫານີ້, ຮອງໂຄສົກສຳນັກງານນາຍົກລັດຖະມົນຕີໄທກ່າວວ່າ: ເພື່ອສົ່ງເສີມການພັດທະນາຂະແໜງການທ່ອງທ່ຽວຂອງໄທ, ລັດຖະບານໄທຈະສ້າງຄວາມສະດວກດ້ານວີຊາໃຫ້ກັບນັກທ່ອງທ່ຽວຈີນ ເພື່ອດຶງດູດນັກທ່ອງທ່ຽວຈີນໄປທ່ຽວໄທໃຫ້ໄດ້ຫຼາຍກວ່າເກົ່າ.

ຮອງໂຄສົກສຳນັກງານນາຍົກລັດຖະມົນຕີໄທກ່າວວ່າ: ປັດຈຸບັນ, ກະຊວງການຕ່າງປະເທດໄທໄດ້ປັບປຸງເອກະສານຂໍວີຊາທ່ອງທ່ຽວທີ່ຕ້ອງການຍື່ນໃນລະບົບຮ້ອງຂໍວີຊາເອເລັກໂຕຣນິກ ໂດຍໄດ້ຫຍໍ້ເປັນເອກະສານ 6 ຢ່າງ ເຊັ່ນ: ໜ້າທຳອິດຂອງພາສປອດ໌, ຮູບຖ່າຍຂອງຕົນ, ປີ້ຍົນ, ໃບຢັ້ງຢືນໂຮງແຮມ, ໃບຢັ້ງຢືນສະຖານທີ່, ໃບຢັ້ງຢືນການເງິນ ແລະອື່ນໆ. ກະຊວງການຕ່າງປະເທດໄທໄດ້ຫຼຸດເວລາກວດກາເອກະສານຈາກ 14 ວັນລັດຖະການມາເປັນ 7 ວັນ. ນອກນີ້, ກະຊວງການຕ່າງປະເທດໄທ, ກະຊວງການທ່ອງທ່ຽວ ແລະ ກິລາໄທ ແລະ ອົງການການທ່ອງທ່ຽວແຫ່ງຊາດໄທກຳລັງສ້າງລະບົບເຊື່ອມຕໍ່ຂໍ້ມູນ ເພື່ອເພີ່ມຄວາມໄວຂອງການກວດກາເອກະສານຮ້ອງຂໍວີຊາ.