ນາຍົກມາເລເຊຍຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຮ່ວມມືເພື່ອຊຸກຍູ້ຄວາມຍຸຕິທຳໃນສາກົນ

2023-08-11 11:10:46 CRI

ໃນໂອກາດເຂົ້າຮ່ວມກອງປະຊຸມໂຕະມົນເວທີເປິກສາຫາລືອາຊີປາຊີຟິກຄັ້ງທີ 36, ທ່ານອັນວາ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ການລົງໂທດດ້ານເສດຖະກິດ ແລະ ການຈຳກັດການສົ່ງອອກເປັນຕົ້ນ ບໍ່ພຽງແຕ່ຈະສ້າງຜົນກະທົບທາງລົບຕໍ່ຕ່ອງໂສ້ການສະໜອງຂອງໂລກເທົ່ານັ້ນ ແຕ່ຍັງຈະເປັນການກີດກັ້ນທ່ວງທ່າລວມຂອງການຮ່ວມມືດ້ານເສດຖະກິດຂອງໂລກອີກດ້ວຍ. ໃນຂະນະທີ່ໂລກພວມເຕັມໄປດ້ວຍປັດໄຈທີ່ບໍ່ແນ່ນອນຊະນິດຕ່າງໆຢູ່ນັ້ນ, ປະເທດຕ່າງໆຄວນເພີ່ມທະວີການຮ່ວມມື ເຊິ່ງເປັນເລື່ອງທີ່ຮີບດ່ວນ ເພື່ອຊຸກຍູ້ຄວາມຍຸຕິທຳໃນສາກົນຕື່ມອີກ.


ທ່ານອັນວາ ອີບຣາຮິມ ຊີ້ໃຫ້ເຫັນວ່າ: ຄວາມຮັບຮູ້ທີ່ເປັນເອກະກັນກ່ຽວກັບຄວາມໝັ້ນຄົງຂອງໂລກນັ້ນ ຕ້ອງພິຈາລະນາເຖິງປະເທດຕ່າງໆຢູ່ເຟື້ອງໂລກໃຕ້, ປະເທດຕ່າງໆຢູ່ເຟື້ອງໂລກໃຕ້ຈະມີຄວາມເປັນອິດສະຫຼະທາງຍຸດທະສາດຫຼາຍກວ່າເກົ່າ ເຊິ່ງຈະເຫັນໄດ້ຢ່າງຈະແຈ້ງ.


ນອກນີ້, ທ່ານອັນວາ ອີບຣາຮິມຍັງຮຽກຮ້ອງໃຫ້ປະເທດໃນອາຊຽນຈົ່ງເພີ່ມທະວີຄວາມສາມັກຄີ ເພື່ອຮັບມືກັບປັດໄຈທີ່ບໍ່ແນ່ນອນຊະນິດຕ່າງໆທີ່ພວມເພີ່ມຂຶ້ນຢູ່ໃນໂລກ. ທ່ານກ່າວວ່າ: ອາຊຽນພ້ອມກັບປະເທດສະມາຊິກຈະຕ້ອງຜະເຊີນກັບສິ່ງທ້າທາຍໂດຍກົງ. ພວກເຮົາຕ້ອງຕັ້ງໜ້າສະແຫວງຫາໂອກາດທີ່ເນັ້ນໃສ່ຄວາມເຊື່ອມໂຍງເຂົ້າຫາກັນ ແລະ ລັກສະນະຫຼາຍຝ່າຍ ເພື່ອເພີ່ມທະວີກົນໄກທີ່ຖືເອົາອາຊຽນເປັນໃຈກາງ.