ນາຍົກລັດຖະມົນຕີສິງກະໂປຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີກະຊວງການຕ່າງປະເທດຈີນ

2023-08-12 11:32:36 CRI


     ວັນທີ 11 ສິງຫານີ້, ທ່ານຫຼີຊຽນລຸງ ນາຍົກລັດຖະມົນຕີສິງກະໂປໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ໄປຢ້ຽມຢາມສິງກະໂປ.



     ທ່ານຫວາງຢີ້ກ່າວວ່າ: ໃນເດືອນມີນາປີ 2023 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກັບທ່ານນາຍົກລັດຖະມົນຕີໄດ້ຮ່ວມກັນປະກາດການຍົກລະດັບການພົວພັນຈີນ-ສິງກະໂປໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມຈ້ອງມອງເບິ່ງອະນາຄົດທີ່ມີຄຸນນະພາບສູງຢ່າງຮອບດ້ານ ເຊິ່ງໄດ້ສ້າງອະນາຄົດໃໝ່ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ມີລະດັບສູງລະຫວ່າງສອງຝ່າຍ. ເຊື່ອໝັ້ນວ່າ ການພົວພັນຈີນ-ສິງກະໂປຈະສືບຕໍ່ເປັນແບບຢ່າງດ້ານການພົວພັນລະຫວ່າງຈີນກັບປະເທດໃກ້ຄຽງພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງຜູ້ນຳສອງປະເທດ.


     ທ່ານຫຼີຊຽນລຸງ ນາຍົກລັດຖະມົນຕີສິງກະໂປໄດ້ຕີລາຄາສູງຕໍ່ຄວາມຕັດສິນໃຈແລະຄວາມພະຍາຍາມຂອງຈີນໃນການຊຸກຍູ້ຂະບວນການຫັນເປັນທັນສະໄໝ, ຈະຮ່ວມກັນຊຸກຍູ້ການຮ່ວມມືລະຫວ່າງສິງກະໂປກັບຈີນໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ສ້າງອະນາຄົດໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ສິງກະໂປສະໜັບສະໜູນອາຊຽນກັບຈີນລົງເລິການຮ່ວມມືຕື່ມອີກ, ຮ່ວມກັນປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.