ນາຍົກລັດຖະມົນຕີມາເລເຊຍຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີກະຊວງການຕ່າງປະເທດຈີນ

2023-08-12 15:37:41 cri

 

ວັນທີ 11 ສິງຫານີ້, ທ່ານອັນວາ ອິບຣາຮີມ ນາຍົກລັດຖະມົນຕີມາເລເຊຍໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ພວມຢ້ຽມຢາມມາເລເຊຍຢູ່ເມືອງເປນັງ.

 

ທ່ານອັນວາກ່າວວ່າ: ການພົວພັນລະຫວ່າງມາເລເຊຍ ແລະຈີນແມ່ນມີໄມຕີຈິດມິດຕະພາບອັນເປັນພິເສດ, ການຮ່ວມມືລະຫວ່າງສອງຝ່າຍມີຄວາມເຂັ້ມແຂງ. ສອງຝ່າຍຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ, ການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການລົງທຶນ, ວັດທະນະທຳການທ່ອງທ່ຽວ ແລະອື່ນໆໄດ້ຮັບຄວາມຄືບໜ້າທີ່ສຳຄັນ. ພວກເຮົາຍິນດີຕ້ອນຮັບວິສາຫະກິດຈີນມາເປີດກວ້າງການລົງທຶນຢູ່ມາເລເຊຍ, ຍິນດີຮ່ວມກັບຈີນສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເພື່ອບັນລຸໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ.

 

ທ່ານຫວາງຢີ້ກ່າວວ່າ: ຈີນຍິນດີຮ່ວມກັບມາເລເຊຍ, ຮັກສາທ່າອ່ຽງການພັດທະນາທີ່ເຂັ້ມແຂງຂອງການພົວພັນລະຫວ່າງສອງຝ່າຍ. ຍິນດີຮ່ວມກັບມາເລເຊຍແບ່ງປັນໂອກາດການຕະຫຼາດທີ່ມີຂະໜາດໃຫຍ່, ເປີດກວ້າງຂົງເຂດການຮ່ວມມື, ບັນລຸໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະພັດທະນາຮ່ວມກັນ.