ທ່ານຫວາງຢີ້ໃຫ້ຄວາມເຫັນກ່ຽວກັບສະຖານະການເຂດທະເລຈີນໃຕ້ໃນປັດຈຸບັນນີ້

2023-08-12 16:33:51 CRI

ຕາມຂ່າວຈາກເວັບໄຊກະຊວງການຕ່າງປະເທດຈີນ: ໃນເວລາຢ້ຽມຢາມສິງກະໂປແລະມາເລເຊຍ, ທ່ານຫວາງຢີ້, ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແລກປ່ຽນຄວາມເຫັນກັບຜູ້ນຳສອງປະເທດດັ່ງກ່າວກ່ຽວກັບສະຖານະການທະເລຈີນໃຕ້ໃນປັດຈຸບັນນີ້, ແລະໄດ້ບັນລະຍາຍຫຼັກໝັ້ນຂອງຝ່າຍຈີນຢ່າງຈະແຈ້ງ.

 

ທ່ານຫວາງຢີ້ກ່າວວ່າ, ໃນຫຼາຍປີມານີ້, ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນ-ອາຊຽນ, ສະຖານະການຂອງທະເລຈີນໃຕ້ໄດ້ຮັກສາຄວາມຄວາມໝັ້ນທ່ຽງໂດຍລວມ, ຫວ່າງມໍ່ໆມານີ້, ອາເມຣິກາແລະອິດທິກຳລັງອື່ນໆຈຳນວນໜຶ່ງໄດ້ນຳໃຊ້ເກາະເຢິນໄອ້ມາຍຸຍົງຄວາມຂັດແຍ່ງ, ສ້າງຄວາມປັ່ນປ່ວນລະຫວ່າງຈີນ-ຟີລິບປິນ, ທຳລາຍສັນຕິພາບແລະຄວາມສະຫງົບຂອງທະເລຈີນໃຕ້, ສົ່ງເສີມການເປັນປໍລະປັກກັນ, ເພື່ອຮັບໃຊ້ຍຸດທະສາດການເມືອງດ້ານພູມສາດຂອງອາເມຣິການັ້ນເອງ, ຈີນຫວັງວ່າປະເທດໃນພາກພື້ນຕ້ອງຮັກສາສະຕິລະວັງຕົວອັນຈຳເປັນຕໍ່ມືມືດຢູ່ເບື້ອງຫຼັງ, ຫວັງວ່າຟີລິບປິນຈະເຄົາລົບແລະປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງສອງຝ່າຍໃນເມື່ອກ່ອນ, ເດີນໄປສູ່ຈຸດໝາຍດຽວກັນກັບຈີນໂດຍໄວ, ສະແຫວງຫາຊ່ອງທາງທີ່ມີປະສິດທິຜົນໃນການຄຸ້ມຄອງແລະຄວບຄຸມສະຖານະການເທິງທະເລ.