ທ່ານຫວາງຢີ້ພົບປະກັບທ່ານຊົກເຈນດາ ໂຊເປຍ ຮອງນາຍົກທັງເປັນລັດຖະມົນຕີການຕ່າງປະເທດ ຜູ້ຊ່ວຍນາຍົກລັດຖະມົນຕີກຳປູເຈຍ

2023-08-13 15:32:20 CRI

   ວັນທີ 12 ສິງຫານີ້, ຢູ່ນະຄອນຫຼວງພະນົມເປັນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານຊົກເຈນດາ ໂຊເປຍ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊ່ວຍນາຍົກລັດຖະມົນຕີກຳປູເຈຍ.


    ທ່ານຊົກເຈນດາ ໂຊເປຍກ່າວວ່າ: ການຮ່ວມມືລະຫວ່າງກຳປູເຈຍກັບຈີນໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງວ່ອງໄວ, ສ້າງໂອກາດປະກອບອາຊີບ ແລະ ສ້າງໂອກາດການພັດທະນາ. ກຳປູເຈຍຄອງຄອຍຮ່ວມກັບຈີນ ພ້ອມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳສອງປະເທດໃຫ້ດີ, ຍົກສູງລະດັບຍຸດທະສາດຂອງການພົວພັນກຳປູເຈຍ-ຈີນຢ່າງຕໍ່ເນື່ອງ, ເປີດກວ້າງຂົງເຂດການຮ່ວມມື, ສ້າງແບບຢ່າງທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.

 

   ທ່ານຫວາງຢີ້ກ່າວວ່າ: ການເລືອກຕັ້ງທົ່ວໄປຂອງກຳປູເຈຍທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້ໄດ້ປະສົບຜົນສຳເລັດທີ່ສຸດ, ພັກປະຊາຊົນທີ່ນຳພາໂດຍທ່ານນາຍົກຮຸນແຊນໄດ້ຮັບໄຊຊະນະຢ່າງຂາດຂັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາຂອງປະຊາຊົນ. ການອູ້ມຊູ ແລະ ສະໜັບສະໜູນຂອງປະຊາຊົນອັນມະຫາສານແມ່ນຄວາມໝັ້ນໃຈໃຫຍ່ທີ່ສຸດ ແລະ ເປັນພື້ນຖານອັນໝັ້ນແກ່ນທີ່ພັກປະຊາຊົນກຳປູເຈຍຮັບມືກັບສິ່ງທ້າທາຍ ແລະ ກຳຈັດການແຊກແຊງຈາກພາຍນອກ.



     ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການລົງເລິກການຮ່ວມມືລະຫວ່າງຈີນ ກັບ ອາຊຽນເປັນຕົ້ນ ພ້ອມທັງຢືນຢັນ ກ່າວວ່າຈະແລກປ່ຽນຄວາມເຫັນ ແລະ ປະສານງານກັນຢ່າງໃກ້ຊິດ, ສະໜັບສະໜູນຖານະໃຈກາງຂອງອາຊຽນ, ຊຸກຍູ້ພາກພື້ນໃຫ້ພັດທະນາຢ່າງໝັ້ນຄົງໂດຍສັນຕິ ເພື່ອບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຫຼາຍຂຶ້ນກວ່າເກົ່າ.