ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດມະເລເຊຍ

2023-08-13 15:40:45 CRI

    ຫວ່າງມໍ່ໆມານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຈັດການພົບປະເຈລະຈາກັບທ່ານຊຳບຣີ ອັບດູ ກາເດຍ ລັດຖະມົນຕີກະຊວງການຕ່າງປະເທດມະເລເຊຍຢູ່ລັດເປນາງແຫ່ງມະເລເຊຍ.


 

    ທ່ານຫວາງຢີ້ກ່າວວ່າ: ມະເລເຊຍເປັນປະເທດໃກ້ຄຽງທີ່ມີໄມຕີຈິດຂອງຈີນ ແລະກໍແມ່ນທິດທາງບູລິມະສິດດ້ານການຕ່າງປະເທດກັບປະເທດອ້ອມຂ້າງຂອງ ປີນີ້ແມ່ນຈີນ ກັບ ມະເລເຊຍສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 10 ປີ, ປີໜ້າແມ່ນສອງປະເທດສ້າງການພົວພັນທາງການທູດຄົບຮອບ 50 ປີ. ຈີນຍິນດີພ້ອມຮ່ວມກັນກັບມະເລເຊຍ, ຖືຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສອງປະເທດເປັນທິດຊີ້ນຳ, ສະຫຼຸບແລະຖອດຖອນບົດຮຽນທີ່ສຳເລັດຜົນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ປະຊາຄົມຮ່ວມຊາຕາກຳຈີນ-ມະເລເຊຍໃຫ້ຂະຫຍາຍຕົວລົງສູ່ລວງເລິກ ແລະ ເກີດມີປະສິດທິຜົນຕົວຈິງ.

 

     ທ່ານຫວາງຢີ້ກ່າວຕື່ມວ່າ: ຈີນສະໜັບສະໜູນ ແລະ ສົ່ງເສີມວິສາຫະກິດຈີນຫຼາຍກວ່າເກົ່າໄປລົງທຶນ ແລະ ພັດທະນາທຸລະກິດຢູ່ມະເລເຊຍ ເພື່ອສ້າງຈຸດການເຕີບໂຕໃໝ່ແຫ່ງການຮ່ວມມືໃຫ້ຫຼາຍກວ່າເກົ່າ, ຍິນດີລົງເລິກການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຕັກນິກກະສິກກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ນຳເຂົ້າຜະລິດຕະພັນກະສິກຳຄຸນນະພາບດີຂອງມະເລເຊຍຫຼາຍກວ່າເກົ່າ.

 

     ທ່ານຊຳບຣີ ອັບດູ ກາເດຍກ່າວວ່າ: ການພົວພັນມະເລເຊຍ-ຈີນທັງແຂງແຮງທັງສະໜິດແໜ້ນ, ການຮ່ວມມືຕົວຈິງລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າຢ່າງຫຼວງຫຼາຍ. ມະເລເຊຍຈະສືບຕໍ່ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ”, ອອກແຮງສຸດຂີດຊຸກຍູ້ໂຄງການຮ່ວມມືທີ່ສຳຄັນ ຄອງຄອຍຈະເພີ່ມທະວີການຕິດຕໍ່ພົວພັນໃນຂົງເຂດຕ່າງໆ ແລະ ລະດັບຕ່າງໆ, ເປີດກວ້າງໝາກຜົນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ມະເລເຊຍຍ້ອງຍຊົມເຊີຍໃນລະດັບສູງ ແລະ ສະໜັບສະໜູນຂໍ້ລິເລີ່ມທົ່ວໂລກທີ່ສຳຄັນຕ່າງໆທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ,ມີຈຸດຢືນໃຫ້ອະລິຍະທຳທີ່ແຕກຕ່າງກັນຢູ່ຮ່ວມກັນໂດຍສັນຕິ, ຄອງຄອຍຈະເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະ ການຖອດຖອນບົດຮຽນກັນໃນດ້ານອະລິຍະທຳກັບຈີນ.