ເຄີ້ຣາມາຢີ-ນະຄອນທີ່ຕື່ນຈາກຫຼັບໄຫຼ

2023-08-14 14:23:15 CRI


    ຖືເປັນຄວາມໂຊກດີທີ່ສຸດຄັ້ງໜຶ່ງໃນຊີວິດ ທີ່ຜູ້ຂຽນໄດ້ມີໂອກາດໄປເຮັດວຽກແລະຢ້ຽມຢາມນະຄອນເຄີ້ຣາມາຢີ ຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນເມື່ອບໍ່ດົນມານີ້, ເຮັດໃຫ້ເກີດພາບປະທັບໃຈກັບມົນສະເໜ່ຫຼາຍຢ່າງທີ່ໄດ້ພົບເຫັນແລະຍາກຈະຫຼົງລືມໄດ້. ການເດີນທາງດ້ວຍເຮືອບິນຈາກນະຄອນຫຼວງປັກກິ່ງໄປນະຄອນເຄີ້ຣາມາຢີແມ່ນໃຊ້ເວລາຫຼາຍຊົ່ວໂມງສົມຄວນ. ໂດຍເຮືອບິນຂອງສາຍການບິນ China Southern Airlines ຖ້ຽວບິນ CZ 6912 ໄດ້ພາຜູ້ຂຽນບິນລັດຟ້າຈາກສະໜາມບິນສາກົນຕ້າຊິງຢູ່ນະຄອນຫຼວງປັກກິ່ງໃນເວລາ 14 ໂມງໄປຍັງນະຄອນອູຣູມກີ້ ໃຊ້ເວລາປະມານ 4 ຊົ່ວໂມງປາຍຈຶ່ງຮອດສະໜາມບິນຂອງນະຄອນອູຣູມກີ້, ຈາກນັ້ນຕ້ອງໄດ້ຕໍ່ເຮືອບິນຈາກນະຄອນອູຣູມກີ້ເດີນທາງໄປຍັງນະຄອນເຄີ້ຣາມາຢີໃຊ້ເວລາປະມານ 1 ຊົ່ວໂມງຈຶ່ງຮອດຈຸດໝາຍປາຍທາງ. ພໍແຕ່ຢວ່າງຂາລົງຈາກເຮືອບິນໄປຢຽບແຜ່ນດິນເຄີ້ຣາມາຢີກ້າວທຳອິດໃນເວລາ 20 ໂມງ 35 ນາທີ ສິ່ງທີ່ເຮັດໃຫ້ຜູ້ຂຽນຕື່ນເຕັ້ນແລະເກີດພາບປະທັບໃຈເປັນສິ່ງທຳອິດນັ້ນແມ່ນເລື່ອງຂອງເວລາ ເພາະວ່າຢູ່ນະຄອນແຫ່ງນີ້ເຖິງ ວ່າຈະຮອດເວລາ 20 ຫຼື 21 ໂມງແລ້ວແຕ່ຍັງບໍ່ທັນຄ່ຳ ຕາເວັນຍັງບໍ່ທັນຕົກດິນເທື່ອ, ຜ່ານຈາກການສອບຖາມຂໍ້ມູນເບື້ອງຕົ້ນນຳຄົນທ້ອງຖິ່ນຈຶ່ງຮູ້ວ່າ: ທຸກໆມື້ຕາເວັນຢູ່ເຄີ້ຣາມາຢີຈະຕົກດິນໃນເວລາ 22 ໂມງເຄິ່ງ ແລະ ຈະຂຶ້ນໃໝ່ໃນເວລາ 6 ໂມງເຄິ່ງ. ສະຫຼຸບແລ້ວຕອນກາງເວັນຢູ່ນະຄອນແຫ່ງນີ້ຈະແກ່ຍາວເຖິງ 16 ຊົ່ວໂມງຫຼາຍກວ່າຕອນກາງຄືນທີ່ມີພຽງແຕ່ 8 ຊົ່ວໂມງເທົ່ານັ້ນ. ສ່ວນອີກພາບໜຶ່ງທີ່ເຮັດໃຫ້ຜູ້ຂຽນມີຄວາມປະທັບໃຈແລະຮູ້ໄດ້ວ່າທ່າແຮງທາງດ້ານເສດຖະກິດຂອງນະຄອນແຫ່ງນີ້ແມ່ນຫຍັງ? ນັ້ນກໍຄືໄລຍະທີ່ຂີ່ລົດຈາກສະໜາມບິນເຂົ້າໄປຫາຕົວເມືອງເຄີ້ຣາມາຢີ ບໍ່ວ່າຢູ່ບ່ອນໃດ ພວກເຮົາຈະໄດ້ພົບເຫັນພາບ ເຄື່ອງຈັກຂຸດເຈາະນ້ຳມັນຂະໜາດນ້ອຍຈຳນວນຫຼວງຫຼາຍຕັ້ງຢັ່ງຢາຍຢູ່ພື້ນທີ່ຕ່າງໆຕາມສອງຟາກເສັ້ນທາງ, ສະນັ້ນຈຶ່ງເຮັດໃຫ້ນະຄອນເຄິ້ຣາມາຢິ, ໄດ້ຮັບສົມຍານາມວ່າ:ເປັນນະຄອນແຫ່ງນ້ຳມັນ ແລະ ພູນ້ຳມັນດຳ, ເປັນຖານການຜະລິດນ້ຳມັນເຊື້ອໄຟທີ່ສຳຄັນຂອງຈີນ, ເປັນນະຄອນອຸດສາຫະກຳໃໝ່ຂອງເຂດຊິ່ນຈ່ຽງ, ທັງເປັນສູນ ລວມຂອງອຸດສາຫະກຳຜະລິດນ້ຳມັນເຊື້ອໄຟຂອງໂລກ.



    ຄໍາວ່າເຄິ້ຣາມາຢິມີຄວາມໝາຍວ່າ "ນໍ້າມັນສີດໍາ" ເປັນພາສາຂອງຊົນເຜົ່າອຸຍເກີ. ນະ ຄອນເຄິ້ຣາມາຢິໄດ້ຄົ້ນພົບບໍ່ນ້ຳມັນຂະໜາດໃຫຍ່ແຫ່ງທຳອິດພາຍຫຼັງການສ້າງຕັ້ງສາທາລະນະລັດປະຊາຊົນຈີນ ແລະ ໄດ້ສ້າງຕັ້ງນະຄອນຂຶ້ນໃນປີ 1958 ຖືເປັນນະຄອນທີ່ສ້າງຂຶ້ນຢູ່ເຂດທະລາຊາຍ. ໃນປີ 2002 ຜ່ານມາ, ປະລິມານການຜະລິດນ້ຳມັນດິບຂອງເຄິ້ຣາມາຢິແມ່ນໄດ້ຫຼາຍກວ່າ 10 ລ້ານໂຕນ, ກາຍເປັນບໍ່ນ້ຳມັນຂະໜາດໃຫຍ່ແຫ່ງທຳອິດຢູ່ພາກຕາເວັນຕົກຂອງຈີນທີ່ມີປະລິມານການຜະລິດຫຼາຍກວ່າ 10 ລ້ານໂຕນ.



    ນອກຈາກມີບໍ່ນ້ຳມັນທີ່ເປັນທ່າແຮງຕົ້ນຕໍດ້ານເສດຖະກິດແລ້ວ, ນະຄອນເຄິ້ຣາມາຢິຍັງມີສະຖານທີ່ທ່ອງທ່ຽວທາງທຳມະຊາດແລະວັດທະນະທຳຫຼາຍແຫ່ງທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈ, ໜຶ່ງໃນນັ້ນແມ່ນເມືອງແຫ່ງຜີສາດຕັ້ງຢູ່ເມືອງອຸເອິເຫິ, ມີເນື້ອທີ່ທັງໝົດ 260 ກິໂລຕາແມັດ, ເປັນແຫຼ່ງທ່ອງທ່ຽວລະດັບ 5A ຂອງຈີນ. ເວລາມີກະແສລົມແຮງພັດຜ່ານສະຖານທີ່ທ່ອງທ່ຽວທີ່ທຳມະຊາດສ້າງຂຶ້ນແຫ່ງນີ້ຈະເກີດມີສຽງດັງແປກໆຄ້າຍຄືສຽງຜີສາດຮ້ອງ, ສະນັ້ນຈຶ່ງໄດ້ຊື່ວ່າ:ເມືອງແຫ່ງຜີສາດ. ເວລາທ່ານເຂົ້າໄປໃນເມືອງແຫ່ງຜີສາດແລ້ວຈະໄດ້ເຫັນວິວທິວທັດທຳມະຊາດ “ທໍລະນີສາດຢາຕັ່ງ” ຫຼື Yardang Landform ເຊິ່ງເປັນທໍລະນີສາດທີ່ເກີດຈາກໂນນດິນຖືກກະແສລົມພັດຜ່ານ ແລະ ນໍ້າເຊາະເຈື່ອນເປັນເວລາດົນນານ ແລ້ວກາຍເປັນຮູບຕ່າງໆທີ່ແປກປະຫຼາດຕາມຈິນຕະນາ ການຂອງນັກທ່ອງທ່ຽວແຕ່ລະຄົນ ແລະ ກາຍເປັນ  "ໜຶ່ງໃນ 50 ສະຖານທີ່ ທີ່ນັກທ່ອງທ່ຽວບໍ່ຄວນພາດເມື່ອໄປທ່ຽວຢູ່ປະເທດຈີນ". ນອກຈາກເມືອງແຫ່ງຜີສາດແລ້ວ, ຍັງມີຮ່ອມເຫວຕຸຊານຈືຕັ້ງຢູ່ເມືອງຕຸຊານຈືເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດອີກແຫ່ງໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍ ຕັ້ງຢູ່ຫ່າງຈາກເທສະບານນະຄອນເຄີ້ຣາມາຢີປະມານ 28 ກິໂລແມັດ ເຊິ່ງມີເສັ້ນທາງໄປເຖິງຮ່ອມເຫວແຫ່ງນີ້ສະດວກສະບາຍຫຼາຍ. ເມື່ອມາທ່ຽວຮ່ອມເຫວຕຸຊານຈືທ່ານຈະໄດ້ສະຜັດກັບກິດຈະກໍາຫຼາຍຢ່າງ ເຊັ່ນ:ຍ່າງຂ້າມຂົວແກ້ວທ້າທາຍຄວາມສູງ, ຂີ່ສະລິ້ງ, ຍ່າງຜ່ານຂັ້ນໃດຫ່າງທ້າທາຍຄວາມກ້າ ແລະ ອີກຫຼາກຫຼາຍກິດຈະກໍາ ທີ່ເປັນທາງເລືອກໃຫ້ນັກທ່ອງທ່ຽວສາມາດເລືອກຫຼີ້ນໄດ້ຕາມໃຈມັກ. ສະຖານ ທີ່ທ່ອງທ່ຽວແບບນີ້ແມ່ນເໝາະສົມສຳຫລັບຜູ້ທີ່ມັກການທ່ອງທ່ຽວແບບພະຈົນໄພທ້າທ້າຍຄວາມກ້າ ເຊິ່ງຮ່ອມເຫວຕຸຊານຈືເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງລະດັບ 4A ຂອງຈີນ. ນອກຈາກນີ້ຍັງມີແຫຼ່ງທ່ອງທ່ຽວອີກຫຼາຍແຫ່ງທີ່ສວຍງາມແລະມີມົນສະເໜ່ລໍຖ້າທ່ານໄປສຳຜັດຢູ່ນະຄອນແຫ່ງນີ້. ອີງຕາມສະຖິຕິປີ 2022 ຜ່ານມາ, ນະຄອນເຄິ້ຣາມາຢິມີແຫຼ່ງທ່ອງທ່ຽວລະດັບ A ເຖິງ  20 ແຫ່ງໃນນັ້ນລະດັບ 5 A ມີໜຶ່ງແຫ່ງ.



    ຄຽງຄູ່ກັບການພັດທະນາດ້ານເສດຖະກິດແລ້ວ, ວຽກງານພັດທະນາສັງຄົມໂດຍສະເພາະການດູແລຜູ້ອາຍຸສູງ ໄດ້ກາຍເປັນບັນຫາຈຸດສຸມໜຶ່ງທີ່ນະຄອນເຄີຣາມາອີ ຄົ້ນພົບວິທີແກ້ໄຂທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ ແລະ ມີປະສິດທິຜົນສູງ,ນັ້ນກໍຄືການສ້າງເປັນເຂດຊຸມຊົນສໍາລັບຜູ້ອາຍຸສູງ ເພື່ອສ້າງຄວາມສະດວກໃຫ້ກັບພວກເພິ່ນ ຕົວຢ່າງ: ເຂດຊຸມຊົນເຟີ້ງສຽງ ແລະ ເຂດຊຸມຊົນໄຫ້ຖັງ ຢູ່ເມືອງອຸເອີເຫີ. ທັງສອງເຂດນີ້ລວ້ນແຕ່ໄດ້ເຕົ້າໂຮມເອົາຜູ້ທີ່ມີອາຍຸ 60 ປີຂຶ້ນໄປມາດໍາລົງຊີວິດຢູ່ຮ່ວມກັນ, ທາງການໄດ້ສະໜອງເຮືອນຢູ່ທີ່ປະກອບມີເຄື່ອງເຟີນິເຈີແລະເຄື່ອງໃຊ້ໄຟຟ້າຄົບຊຸດ. ຢູ່ພາຍໃນເຂດຊຸມຊົນມີພື້ນຖານໂຄງລ່າງທີ່ຄົບຖວ້ນແລະເຂົ້າເຖິງໄດ້ງ່າຍ ເຊັ່ນ: ໂຮງໝໍ, ຕະຫຼາດສົດ, ໂຮງອາຫານ, ຮ້ານຊັບພະສິນຄ້າ, ສະຖານທີ່ອອກກໍາລັງກາຍ ແລະອື່ນໆ. ນອກນັ້ນ, ຍັງມີເດີ່ນນ້ອຍຢູ່ອ້ອມແອ້ມເຮືອນທີ່ສາມາດປູກຜັກແລະໝາກໄມ້ຊະນິດຕ່າງໆໄດ້. ຜູ້ອາຍຸສູງທີ່ດໍາລົງຊີວິດຢູ່ທີ່ຊຸມຊົນແຫ່ງນີ້ ແມ່ນໃຊ້ຊີວິດແບບສະດວກສະບາຍ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນຄືຄົນໃນຄອບຄົວດຽວກັນ.



    ຈາກການຂຸດຄົ້ນທ່າແຮງບົ່ມຊ້ອນທາງທຳມະຊາດມາຮັບໃຊ້ສັງຄົມເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງນະຄອນເຄີ້ຣາມາຢີ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ,  ໜັ້ນທ່ຽງແລະມີຄວາມຍືນຍົງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງແລະຍົກສູງຂຶ້ນຢ່າງຈະແຈ້ງ. ປີ 2011 ນະຄອນເຄິ້ຣາມາຢິໄດ້ຮັບນາມມະຍົດເປັນ “ນະຄອນສີວິໄລແຫ່ງຊາດ”. ປີ 2017 ນະຄອນເຄິ້ລາມາຢິຖືກຈັດເຂົ້າເປັນອັບດັບທີ 14 ຈາກການຈັດອັນດັບດັດຊະນີຄວາມອີ່ມໜໍາສໍາລານຮອບດ້ານຂອງນະຄອນຢູ່ຈີນ.



    ປັດຈຸບັນ ນະຄອນເຄິ້ຣາມາຢິປະກອບມີ 4 ເມືອງ, ມີເນື້ອທີ່ທັງໝົດ 7.733 ກິໂລຕາແມັດ, ມີພົນລະເມືອງ 487.000 ຄົນ, ໃນນັ້ນພົນລະເມືອງທີ່ອາໄສຢູ່ໃນຕົວເມືອງມີເຖິງ 482.000 ຄົນ.ສ່ວນຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ຂອງນະຄອນເຄິ້ລາມາຢິໃນປີ 2022 ຜ່ານມາແມ່ນບັນລຸເຖິງ 118,81 ຕື້ຢວນ.



    ຈາກການພົບເຫັນຄວາມສວຍງາມຂອງສະຖານທີ່ຕ່າງໆໂດຍສະເພາະສະຖານທີ່ທ່ອງທ່ຽວບວກກັບກິລິຍາມາລະຍາດແລະຮອຍຍີ້ມຂອງຊາວເຄີຣາມາຢີທີ່ມອບໃຫ້ແກ່ຜູ້ຄົນກໍຄືນັກທ່ອງທ່ຽວທີ່ໄປຢ້ຽມຢາມນັ້ນ ລ້ວນແຕ່ເປັນປະສົບການທີ່ໄດ້ຮັບຈາກການຮຽນຮູ້ສິ່ງຕ່າງໆຢູ່ອ້ອມຂ້າງແລະກາຍເປັນຄວາມຄວາມຊົງຈຳທີ່ດີ ພ້ອມທັງເຮັດໃຫ້ເກີດພາບປະທັບໃຈຫຼາຍຢ່າງທີ່ສຳຜັດໄດ້ຢູ່ນະຄອນແຫ່ງນີ້. ຫັວງວ່າຜູ້ຂຽນຄົງຈະມີໂອກາດໄດ້ຫວນ ກັບຄືນມາສຳຜັດກັບມົນສະເໜ່ແຫ່ງຄວາມສວຍງາມຂອງທຳມະຊາດ ແລະ ວິຖີການດຳລົງຊີວິດແບບລຽບງ່າຍຂອງຜູ້ຄົນຢູ່ນະຄອນແຫ່ງນີ້ ທີ່ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນຄືຄົນໃນຄອບຄົວດຽວກັນ ແລະ ເຕັມໄປດ້ວຍຄວາມມີຊີວິດຊີວາຈາກສີສັນທາງວັດທະນະທຳທີ່ຫຼາກຫຼາຍຢູ່ນະຄອນເຄີຣາມາຢີ ທີ່ຕື່ນຈາກຫຼັບໄຫຼແຫ່ງນີ້ອີກ ໃນອະນາຄົດ.

 

    ໂດຍ: ປອງໄຕ ຈະເລີນສຸກ