ນາຍົກລັດຖະມົນຕີກໍາປູເຈຍຕ້ອນຮັບການເຂົ້າຢ້ຽມຄໍານັບຂອງລັດຖະມົນຕີການຕ່າງປະເທດຈີນ

2023-08-14 14:46:21 CRI

 

   ວັນທີ 13 ສິງຫານີ້ຕາມເວລາທ້ອງຖິ່ນທີ່ນະຄອນຫຼວງພະນົມເປັນ, ທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໃນໂອກາດຢ້ຽມຢາມກຳປູເຈຍ.


   ໃນໂອກາດດັ່ງກ່າວ, ທ່ານ ຮຸນແຊນ ກ່າວວ່າ: ກໍາປູເຈຍຖືເອົາຝ່າຍຈີນເປັນທີ່ເພິ່ງທາງດ້ານຍຸດທະສາດທີ່ແທ້ຈິງ ກໍຄືເປັນຜູ້ຍູ້ໜູນຫຼັງທາງດ້ານຍຸດທະສາດທີ່ເຂັ້ມແຂງ, ຄວາມຕັດສິນໃຈຂອງກໍາປູເຈຍໃນການປັບປຸງ ແລະ ລົງເລິກໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີລະຫວ່າງກໍາປູເຈຍ-ຈີນນັ້ນແມ່ນມີຄວາມເດັດດ່ຽວໜຽວແໜ້ນບໍ່ຫວັ່ນໄຫວ. ລັດຖະບານຊຸດໃໝ່ຂອງກໍາປູເຈຍຈະສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານຍຸດທະສາດ ແລະ ສົ່ງເສີມໄມຕີຈິດມິດຕະພາບທີ່ເປັນມູນເຊື້ອກັບຝ່າຍຈີນ. ພ້ອມດຽວກັນນີ້, ທ່ານ ຮຸນແຊນ ໄດ້ສະແດງຄວາມຂອບໃຈນໍາຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລໍ້າຄ່າແກ່ການສ້າງສາພັດທະນາຂອງກໍາປູເຈຍ ເຊິ່ງກໍາປູເຈຍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ, ພ້ອມທັງຄອງຄອຍຮ່ວມມືກັບຈີນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນໃນການຮ່ວມມື 6 ດ້ານຄືການຮ່ວມມືໃນຂົງເຂດການເມືອງ, ຄວາມສາມາດດ້ານການຜະລິດ, ກະສິກໍາ, ພະລັງງານ, ຄວາມໝັ້ນຄົງ ແລະ ວັດທະນະທໍາ, ຊຸກຍູ້ການສ້າງ “ແລວທາງແຫ່ງການພັດທະນາດ້ານອຸດສາຫະກໍາ” ແລະ “ແລວທາງສະບຽງອາຫານ”, ເພື່ອເລັ່ງລັດຍົກລະດັບຄວາມສາມາດດ້ານການພັດທະນາດ້ວຍຕົນເອງຂອງກໍາປູເຈຍໃຫ້ສູງຂຶ້ນ.



   ທ່ານ ຫວາງຢີ້ ໄດ້ສະແດງຄວາມຊົມເຊີຍຕໍ່ພັກປະຊາຊົນກໍາປູເຈຍທີ່ໄດ້ຮັບໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ພ້ອມທັງກ່າວວ່າ: ຄະນະນັກສັງເກດການສາກົນທີ່ປະກອບດ້ວຍຄະນະຜູ້ແທນຈາກ 60 ກວ່າປະເທດນັ້ນໄດ້ເຫັນດີເປັນເອກະພາບກັນວ່າການເລືອກຕັ້ງຄັ້ງນີ້ແມ່ນມີຄວາມຍຸຕິທໍາ, ໂປ່ງໃສ, ສອດຄ່ອງຕາມກົດໝາຍ ແລະ ຂໍ້ກຳນົດຕ່າງໆ, ຂະນະທີ່ຜົນການເລືອກຕັ້ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາດຖະໜາຂອງປະຊາຊົນ ກໍຄືທ່າອ່ຽງທີ່ຕ້ອງເປັນໄປ. ພາຍໃຕ້ການນໍາພາຂອງທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ, ກໍາປູເຈຍໄດ້ເດີນອອກຈາກສົງຄາມມຸ່ງໜ້າສູ່ສັນຕິພາບ, ເດີນອອກຈາກຄວາມປັ່ນປ່ວນມຸ່ງໜ້າສູ່ສະຖຽນລະພາບ, ເດີນອອກຈາກຄວາມທຸກຍາກມຸ່ງໜ້າສູ່ຄວາມຈະເລີນຮຸ່ງເຮືອງ ແລະ ເດີນອອກຈາກພາກພື້ນມຸ່ງໜ້າສູ່ໂລກ, ຜົນສໍາເລັດດ້ານການພັດທະນາແມ່ນເປັນທີ່ຍອມຮັບຈາກຊາວໂລກ. ສະນັ້ນ, ສຽງລົບກວນທີ່ສ້າງຂຶ້ນໂດຍອິດທິກໍາລັງພາຍນອກຈໍານວນໜຶ່ງນັ້ນແມ່ນອ່ອນແອທີ່ສຸດເມື່ອປະເຊີນໜ້າກັບທາງເລືອກຂອງປະຊາຊົນກໍາປູເຈຍ. ການທີ່ຝ່າຍຈີນມາຢ້ຽມຢາມກໍາປູເຈຍເນື່ອງໃນໂອກາດທີ່ກໍາປູເຈຍສືບທອດອະດີດບຸກເບີກອະນາຄົດ ແລະ ກ້າວເຂົ້າສູ່ຂະບວນການໃໝ່ນັ້ນ, ແມ່ນເພື່ອສະແດງໃຫ້ເຫັນວ່າ, ຝ່າຍຈີນມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດຂອງກໍາປູເຈຍ ແລະ ຍິ່ງມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດຂອງສາຍພົວພັນລະຫວ່າງຈີນ-ກໍາປູເຈຍ.