ກອງປ້ອງກັນຄວາມໝັ້ນຄົງທາງພາກເໜືອມຽນມາຖືກໂຈມຕີ, ເຮັດໃຫ້ປະຊາຊົນເສຍຊີວິດ 6 ຄົນ

2023-08-14 14:43:51 CRI

   ອີງຕາມ Myanmar Ahlin ເຊິ່ງເປັນໜັງສືພິມທາງການຂອງມຽນມາສະບັບວັນທີ 13 ສິງຫານີ້ລາຍງານວ່າ: ໃນເວລາປະຕິບັດໜ້າທີ່ຢູ່ອ້ອມແອ້ມບໍລິເວນບ້ານໜຶ່ງທີ່ຂຶ້ນກັບເມືອງການບາລູແຂວງຊາກຽງ ທາງພາກເໜືອຂອງມຽນມາໃນວັນທີ 12 ສິງຫານີ້, ກອງປ້ອງກັນຄວາມໝັ້ນຄົງມຽນມາໄດ້ຖືກກຸ່ມປະກອບອາວຸດໂຈມຕີ ໂດຍກຸ່ມປະກອບອາວຸດໄດ້ແກວ່ງລະເບີດເຂົ້າໃສ່ ແລະ ໄດ້ເກີດລະເບີດຂຶ້ນຢູ່ບ້ານດັ່ງກ່າວ, ເຮັດໃຫ້ມີຊາວບ້ານເສຍຊີວິດ  6 ຄົນ, ໃນນັ້ນລວມທັງເດັກນ້ອຍ 2 ຄົນ, ນອກຈາກນັ້ນ, ຍັງມີຜູ້ໄດ້ຮັບບາດເຈັບ 3 ຄົນ.