ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳທີ່ສຳຄັນໃນໂອກາດວັນນິເວດແຫ່ງຊາດຄັ້ງທຳອິດຂອງຈີນ

2023-08-15 15:12:20 CRI


ເນື່ອງໃນໂອກາດວັນນິເວດແຫ່ງຊາດຄັ້ງທຳອິດຂອງຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນໂດຍກ່າວເນັ້ນໜັກວ່າ, ການສ້າງສາຄວາມສິວິໄລດ້ານນິເວດແມ່ນແຜນແມ່ບົດພື້ນຖານທີ່ພວົພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ແມ່ນບັນຫາການເມືອງທີ່ສຳຄັນໂດຍພົວພັນເຖິງພາລະກຳ ແລະ ຈຸດປະສົງຂອງພັກ, ທັງເປັນບັນຫາທາງສັງຄົມທີ່ສຳຄັນໂດຍພົວພັນເຖິງຜົນປະໂຫຍດຂອງປະຊາຊົນ. ຢູ່ໃນຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານນັ້ນ, ຕ້ອງຮັກສາ ແລະ ເພີ່ມທະວີຄວາມໜັກແໜ້ນດ້ານຍຸດທະສາດແຫ່ງການສ້າງສາຄວາມສິວິໄລດ້ານນິເວດ, ເນັ້ນໜັກການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ ແລະ ການອະນຸລັກໃນລະດັບສູງໄປພ້ອມກັນ, ຊຸກຍູ້ການຄວບຄຸມຍອດປະລິມານ ແລະ ຄວາມແຮງດ້ານການສິ້ນເປືອງພະລັງງານ ຫັນໄປສູ່ການຄວບຄຸມຍອດປະລິມານ ແລະ ຄວາມແຮງດ້ານການລະບາຍກາກບອນດີອົກຊິດເທື່ອລະກ້າວ, ຊຸກຍູ້ໃຫ້ຮູບການຜະລິດ ແລະ ຮູບການດຳລົງຊີວິດຫັນເປັນແບບສີຂຽວ ແລະ ກາກບອນຕ່ຳຢ່າງຕໍ່ເນື່ອງ, ເລັ່ງລັດຊຸກຍູ້ຄວາມທັນສະໄໝທີ່ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ຊຸກຍູ້ການສ້າງປະເທດຈີນທີ່ສວຍງາມຢ່າງຮອບດ້ານ.

 

ທ່ານສີຈິ້ນຜິງຫວັງໃຫ້ທົ່ວສັງຄົມໃຊ້ການກະທຳຕົວຈິງ, ເປັນຜູ້ເຜີຍແຜ່ ແລະ ຜູ້ປະຕິບັດແນວຄິດທີ່ພູຂຽວນ້ຳໃສກໍແມ່ນພູເງິນພູຄຳຢ່າງຕັ້ງໜ້າ, ປະຕິບັດຕົວຈິງ ແລະ ດຳເນີນໄປຢ່າງຕໍ່ເນື່ອງເປັນເວລາດົນນານ, ປະກອບສ່ວນຫຼາຍກວ່າເກົ່າເພື່ອຮ່ວມກັນສ້າງໂລກທີ່ສະອາດ ແລະ ສວຍງາມ.