ອາເມຣິການັບມື້ນັບກາຍເປັນກຳລັງກີດຂວາງດ້ານເສດຖະກິດໂລກາພິວັດ

2023-08-15 20:36:48 cri

ຕອນເຊົ້າວັນທີ 10 ສິງຫາ 2023, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ລົງນາມໃນດຳລັດຈຳກັດການລົງທຶນຢູ່ປະເທດຈີນສະບັບໜຶ່ງ, ໂດຍຖືເອົາຄວາມໝັ້ນຄົງແຫ່ງຊາດເປັນຂໍ້ອ້າງ, ຫ້າມບໍ່ໃຫ້ວິສາຫະກິດອາເມຣິກາລົງທຶນຢູ່ໃນຂົງເຂດທີ່ມີເຕັກໂນໂລຊີທີ່ອ່ອນໄຫວຕ່າງໆຂອງຈີນເຊັ່ນ: ຜະລິດຕະພັນເຄິ່ງຕົວນຳ ແລະ ໄມໂຄຣເອເລັກໂຕຣນິກ, ເຕັກນິກຂໍ້ມູນຂ່າວສານກວນຕຸມ, ປັນຍາປະດິດ ແລະ ຂົງເຂດອື່ນໆ. 

ອາເມຣິກາປະຕິບັດມາດຕະການດັ່ງກ່າວແມ່ນຍ້ອນໄດ້ເຫັນຂົງເຂດດັ່ງກ່າວຂອງຈີນພັດທະນາຢ່າງວ່ອງໄວ, ສະນັ້ນຈຶ່ງຢາກສະກັດກັ້ນການພັດທະນາຂອງຈີນໃນຂົງເຂດເຫຼົ່ານີ້ດ້ວຍວິທີດັ່ງກ່າວ.

ການໝູນວຽນຂ້າມຊາດຢ່າງເສລີດ້ານເງິນທຶນ, ເຕັກນິກ ແລະ ສິນຄ້າແມ່ນເນື້ອໃນສຳຄັນຂອງການຄ້າເສລີ, ການກະທຳຂອງປະທານາທິບໍດີອາເມຣິກາດັ່ງກ່າວພັດຝືນກັບຄວາມຕ້ອງການຂອງການຄ້າເສລີຢ່າງຈະແຈ້ງ, ໄດ້ຕັດຂາດ ແລະ ກຳຈັດການໝູນວຽນຢ່າງເສລີດ້ານເງິນທຶນແລະ ເຕັກນິກດ້ວຍຮູບການການອອກດຳລັດ. ທີ່ຈິງແລ້ວ, ອາເມຣິກາເຄີຍເປີດເຜີຍດຳລັດດັ່ງກ່າວມາຫຼາຍເທື່ອແລ້ວ, ໄດ້ມີການກະກຽມມາເປັນເວລາດົນນານ. ສິ່ງທີ່ໜ້າສົນໃຈກໍຄື, ພາຍຫຼັງທ່ານໄບເດັນ ດຳລົງຕຳແໜ່ງປະນາທາທິບໍດີອາເມຣິກາແລ້ວ, ທ່ານເຄີຍກ່າວວ່າຍິນດີສະແຫວງຫາການພົວພັນກັບຈີນທີ່ມີການຮ່ວມມື ແລະ ການແຂ່ງຂັນຄວບຄູ່ກັນ, ປັດຈຸບັນ, ທ່ານພັດໄດ້ອອກດຳລັດດັ່ງກ່າວດ້ວຍຂໍ້ອ້າງ “ຄວາມໝັ້ນຄົງແຫ່ງຊາດ”, ສາມາດເຫັນໄດ້ວ່າ, “ຄວາມໝັ້ນຄົງແຫ່ງຊາດ” ໄດ້ກາຍເປັນຂໍ້ອ້າງໃໝ່ທີ່ອາເມຣິກາເຈຕະນາຮັກສາຖານະເຈົ້າອຳນາດຂອງຕົນໃນຂົງເຂດເຕັກໂນໂລຊີຂັ້ນສູງ.

ເບິ່ງຈາກຜົນກະທົບ ແລະ ໝາກຜົນຢ້ອນຫຼັງຂອງການກະທຳດັ່ງກ່າວຂອງອາເມຣິກາແລ້ວ, ອາເມຣິກາເຮັດແບບນີ້ບໍ່ພຽງແຕ່ໄດ້ສ້າງຜົນສະທ້ອນທາງລົບຢ່າງໜັກໜ່ວງຕໍ່ເສດຖະກິດໂລກທີ່ກຳລັງຟື້ນຕົວຄືນໃໝ່ເທົ່ານັ້ນ, ຍັງຈະທຳລາຍຜົນປະໂຫຍດເສດຖະກິດ ແລະ ກຳລັງການແຂ່ງຂັນຂອງອາເມຣິກາເອງ. ປະເທດຈີນໃນຖານະເປັນປະເທດໃຫຍ່ດ້ານການຄ້າ ແລະ ການຜະລິດອຸດສາຫະກຳຂອງໂລກ, ແມ່ນປະເທດຜະລິດຜະລິດຕະພັນເຄິ່ງຕົວນຳ ແລະ ຕະຫຼາດບໍລິໂພກຕົ້ນຕໍຂອງໂລກ. ສະນັ້ນ, ດຳລັດຈຳກັດການລົງທຶນທີ່ລັດຖະບານໄບເດັນລົງນາມນັ້ນຈະສ້າງຜົນກະທົບຕໍ່ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ສະໜອງຜະລິດຕະພັນເຄິ່ງຕົວນຳຂອງໂລກ, ແລ້ວລົບກວນລະບຽບການຕະຫຼາດທີ່ປົກກະຕິ. ນອກນັ້ນ, ຍ້ອນວ່າຊິບເຄິ່ງຕົວນຳໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນຕ່ອງໂສ້ອຸດສາຫະກຳໂລກ, ຂົງເຂດດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກໜ່ວງຈະເຮັດໃຫ້ຈັງຫວະການຟື້ນຕົວຄືນໃໝ່ຂອງເສດຖະກິດໂລກຊັກຊ້າລົງຢ່າງໜັກໜ່ວງ.

ໜັງສືພິມ Financial Times ຂອງອັງກິດລາຍງານວ່າ, ພາຍຫຼັງອາເມຣິກາປະກາດດຳລັດຈຳກັດການລົງທຶນຢູ່ປະເທດຈີນແລ້ວ, ຄະນະກຳມາທິການສະຫະພາບເອີຣົບກ່າວວ່າ, ພວມ  “ເຝົ້າຕິດຕາມຢ່າງໃກ້ຊິດ” ກັບທຳນຽບຂາວອາເມຣິກາ, ແຕ່ຈະບໍ່ອອກຄຳສັ່ງຫ້າມທີ່ຄ້າຍຄືກັນກັບອາເມຣິກາ, ສະຫະພາບເອີຣົບຄາດວ່າຈະສະເໜີຂໍ້ສະເໜີການລົງທຶນຂອງຕົນກ່ອນທ້າຍປີນີ້. ສະມາຄົມຂະແໜງການເຄິ່ງຕົວນຳເຊິ່ງເປັນອົງການການຄ້າຂະແໜງການຊິບອາເມຣິກາ ຫຼື SIA ກໍໄດ້ສະແດງທ່າທີອັນລະມັດລະວັງຕໍ່ດຳລັດຈຳກັດໃໝ່ຂອງລັດຖະບານອາເມຣິກາເຊັ່ນດຽວກັນ, SIA ຄາດວ່າດຳລັດຈຳກັດໃໝ່ຈະເຮັດໃຫ້ການແຂ່ງຂັນດ້ານເສດຖະກິດ ແລະ ເຕັກນິກລະຫວ່າງອາເມຣິກາກັບຈີນທີ່ຮຸນແຮງຢູ່ແລ້ວນັ້ນເຄັ່ງຕຶງຂຶ້ນຕື່ມອີກ.

ອາເມຣິກາກົດດັນປະເທດຈີນດ້ວຍຂໍ້ອ້າງ “ຄວາມໝັ້ນຄົງແຫ່ງຊາດ”, ຈຸດປະສົງທີ່ແທ້ຈິງກໍເພື່ອປົດສິດພັດທະນາຂອງຈີນ, ແລະ ຮັກສາສິດເປັນເຈົ້າອຳນາດຂອງຕົນ, ແມ່ນການບັງຄັບນາບຂູ່ດ້ານເສດຖະກິດ ແລະ ການຂົ່ມເຫັງທາງວິທະຍາສາດເຕັກໂນໂລຊີຢ່າງເປີດເຜີຍ. ອາເມຣິກາໄດ້ “ຕັດສາຍພົວພັນທາງເສດຖະກິດການຄ້າ” ໃນຂົງເຂດການລົງທຶນໂດຍຊູຄັນທຸງທີ່ວ່າ “ປາສຸຈາກຄວາມສ່ຽງ”, ເຊິ່ງໄດ້ຝືນກັບຫຼັກການເສດຖະກິດ ແລະ ຫຼັກການແຂ່ງຂັນຢ່າງຍຸຕິທຳທີ່ອາເມຣິກາສົ່ງເສີມມາໂດຍຕະຫຼອດ, ໄດ້ທຳລາຍຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳໂລກຢ່າງໜັກໜ່ວງ, ສາມາດເຫັນໄດ້ວ່າອາເມຣິການັບມື້ນັບກາຍເປັນກຳລັງກີດຂວາງດ້ານເສດຖະກິດໂລກາພິວັດ. ຫວັງວ່າອາເມຣິກາຈະເຄົາລົບກົດເກນເສດຖະກິດຕະຫຼາດ ແລະ ຫຼັກການແຂ່ງຂັນທີ່ຍຸຕິທຳ, ຈຸບໍ່ຂັດຂວາງການແລກປ່ຽນ ແລະ ການຮ່ວມມືດ້ານເສດຖະກິດການຄ້າຂອງທົ່ວໂລກ, ແລະ ຈະບໍ່ສ້າງອຸປະສັກໃຫ້ແກ່ການຟື້ນຟູການເຕີບໂຕຂອງເສດຖະກິດໂລກ.