ຈີນແລະອາຊຽນຄວນກຳສິດເປັນແກນນຳໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້

2023-08-15 08:57:08 cri

ວັນທີ 5 ສິງຫາ 2023, ຟີລິບປີນສົ່ງເຮືອ 2 ລຳເຂົ້າໄປໃນເຂດທະເລຫາດຕື້ນເຣີນອ້າຍ. ຕຳຫຼວດທະເລຈີນໄດ້ເຕືອນເຮືອຟີລິບປີນທີ່ເຂົ້າເຂດທະເລຫາດຕື້ນເຣີນອ້າຍຢ່າງຜິດກົດໝາຍດ້ວຍການສີດນ້ຳໃສ່ເຮືອດັ່ງກ່າວ, ການກະທຳຂອງຕຳຫຼວດທະເລຈີນໄດ້ຮັກສາຄວາມອົດກັ້ນ, ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມສາມາດຂອງຈີນໃນການປົກປັກຮັກສາສິດອະທິປະໄຕ ແລະ ຜົນປະໂຫຍດທາງທະເລຂອງຈີນ, ທັງໄດ້ເອົາໃຈໃສ່ເຖິງສະພາບການລວມຂອງການພົວພັນລະຫວ່າງຈີນກັບຟີລິບປີນ, ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດໃຫຍ່. ແຕ່ວ່າ, ພາຍຫຼັງເກີດເຫດການດັ່ງກ່າວ, ຟີລິບປີນໄດ້ຮຽກເອກອັກຄະລະຖະທູດຈີນປະຈຳຟີລິບປີນເຂົ້າພົບ, ປະທ້ວງການກະທຳຂອງຕຳຫຼວດທະເລຈີນຕໍ່ເຮືອຟີລິບປີນ, ວ່າການກະທຳດັ່ງກ່າວໄດ້ລະເມີດ “ສົນທິສັນຍາວ່າດ້ວຍກົດໝາຍທະເລຂອງອົງການສະຫະປະຊາຊາດ” ແລະ ຜົນການຕັດສິນກ່ຽວກັບທະເລຈີນໃຕ້.

ໃນຂະນະດຽວກັນນັ້ນ, ອາເມຣິກາທີ່ເປັນປະເທດຢູ່ນອກເຂດທະເລຈີນໃຕ້ກໍໄດ້ເຂົ້າແຊກແຊງ. ກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການສະໜັບສະໜູນຟີລິບປີນ, ແລະ ເນັ້ນໜັກຄຳໝັ້ນສັນຍາ “ສັນຍາປ້ອງກັນຮ່ວມກັນອາເມຣິກາ-ຟີລິບປີນ” ອີກເທື່ອໜຶ່ງ, ແລະຕຳໜິຕິຕຽນການກະທຳຂອງຈີນ “ບໍ່ຖືກັບກົດໝາຍ”.

ຫາດຕື້ນເຣີນອ້າຍແມ່ນດິນແດນສ່ວນໜຶ່ງຂອງໝູ່ເກາະໜານຊ່າ. ວັນທີ 9 ພຶດສະພາ 1999, ຟິລິບປິນໄດ້ສົ່ງເຮືອຮົບລຳໜຶ່ງເຂົ້າໄປໃນຫາດຕື້ນເຣີນອ້າຍຢ່າງຜິດກົດໝາຍ ແລະ ສົ່ງທະຫານໄປປະຈຳຫາດຕື້ນເຣີນອ້າຍ. ຫຼັງຈາກນັ້ນ, ຟີລິບປີນໄດ້ໃຫ້ຄຳໝັ້ນສັນຍາດຶງເຮືອຮົບດັ່ງກ່າວອອກຫຼາຍເທື່ອ, ແຕ່ບໍ່ເຄີຍປະຕິບັດຕາມຄຳໝັ້ນສັນຍາເທື່ອ, ຍິ່ງໄປກວ່ານັ້ນ, ຟີລິບປີນຍັງເຈຕະນາສ້ອມແປງເຮືອຮົບດັ່ງກ່າວ, ເພື່ອບັນລຸການຍຶດຄອງຫາດຕື້ນເຣີນອ້າຍຖາວອນ. ສາມາດເຫັນໄດ້ວ່າ, ການກະທຳຂອງຟີລິບປີນໄດ້ລະເມີດກົດໝາຍສາກົນຢ່າງໜັກໜ່ວງ, ທັງໄດ້ລະເມີດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ທີ່ຈີນ ແລະ ອາຊຽນລົງນາມ.

ໃນຫຼາຍປີມານີ້, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງຈີນ ແລະ ອາຊຽນ, ສະຖານະການທະເລຈີນໃຕ້ໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ, ທັງໄດ້ສະໜອງສິ່ງແວດລ້ອມອັນດີງາມໃຫ້ແກ່ການພັດທະນາຂອງສອງຝ່າຍ. ແຕ່ວ່າອິດທິກຳລັງຈຳນວນໜຶ່ງເຊັ່ນອາເມຣິກາ ແລະ ອື່ນໆອິດສາທະເລຈີນໃຕ້ມີຄວາມສະຫງົບ, ແລະໄດ້ກໍ່ຄວາມວຸ້ນວາຍຢູ່ເຂດທະເລນີ້ຢ່ເລື້ອຍໆ.

ໃນຕົ້ນເດືອນກຸມພາປີນີ້, ອາເມຣິກາໄດ້ສ້າງຖານທັບເພີ່ມ 4 ແຫ່ງຢູ່ຟີລິບປີນ, ເຮັດໃຫ້ຖານທັບອາເມຣິກາປະຈຳຟີລິບປີນໄດ້ເພີ່ມຂຶ້ນເປັນ 9 ແຫ່ງ, ໃນນັ້ນມີ 6 ແຫ່ງໄດ້ແນໃສ່ທະເລຈີນໃຕ້ ແລະ ຊອງແຄບໄຕ້ຫວັນໂດຍກົງ. ຫຼັງຈາກນັ້ນບໍ່ດົນ, ອາເມຣິກາ ແລະ ຟີລິບປີນໄດ້ຈັດການຊ້ອມຮົບປະສົມ “ຄຽງບ່າຄຽງໄຫຼ່” ທີ່ດຳເນີນມາເປັນເວລາ 18 ວັນຢູ່ມານີຣາ. ເດືອນພຶດສະພາປີນີ້, ອາເມຣິກາ ແລະ ຟີລິບປີນໄດ້ລົງນາມຫຼັກມາດຕະຖານປ້ອງກັນປະເທດສອງຝ່າຍ, ກຳນົດຢ່າງຈະແຈ້ງວ່າວຽກງານປ້ອງກັນສຳລັບຟີລິບປີນຈະລວມທັງທະເລຈີນໃຕ້. ນອກຈາກຟີລິບປີນແລ້ວ, ອາເມຣິກາຍັງໄດ້ຍຸຍົງຫວຽດນາມ, ມາເຣເຊຍ, ອິນໂດເນເຊຍ ແລະ ປະເທດອື່ນ ສູ້ກັບຈີນກ່ຽວກັບທະເລຈີນໃຕ້.

ອາເມຣິກາກໍ່ຄວາມວຸ້ນວາຍຢູ່ພາກພື້ນຕ່າງໆຂອງໂລກ, ເປົ້າໝາຍຂອງເຂົ້າກໍຢາກໄດ້ຮັບຜົນປະໂຫຍດຈາກຄວາມວຸ້ນວາຍເປັນເລື່ອງທີ່ທຸກໆຄົນຮູ້ດີແລ້ວ, ປັດຈຸບັນ, ອາເມຣິກາໄດ້ຊອກຫາທຸກວິທີເພື່ອກໍ່ຄວາມວຸ້ນວາຍຢູ່ທະເລຈີນໃຕ້. ແຕ່ວ່າ, ທະເລຈີນໃຕ້ບໍ່ແມ່ນ “ສວນລ່າເນື້ອ” ຂອງປະເທດຢູ່ນອກພາກພື້ນ. ຖ້າທະເລຈີນໃຕ້ມີສະຖຽນລະພາບ, ປະເທດໃນພາກພື້ນກໍສາມາດໄດ້ຮັບຜົນປະໂຫຍດ, ຖ້າວ່າທະເລຈີນໃຕ້ເກີດຄວາມວຸ້ນວາຍ, ປະເທດໃນພາກພື້ນກໍຈະຖືກທຳລາຍ. ຈີນ ແລະ ປະເທດສະມາຊິກອາຊຽນຄວນຮັກສາຄວາມໝັ້ນຄົງ, ຕັ້ງໜ້າຊຸກຍູ້ການເປິກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ຄັດຄ້ານອິດທິກຳລັງ ນອກພາກພື້ນເຂົ້າແຊກແຊງຢ່າງເດັດດ່ຽວ, ກຳສິດເປັນແກນນຳໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້.