ໂຄງການຜະລິດນ້ຳມັນສຳເລັດຮູບແຫ່ງທຳອິດຢູ່ພາກຕາເວັນອອກສຽງເໜືອຂອງໄທທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງໄດ້ເລີ່ມຜະລິດແລ້ວ

2023-08-16 12:10:13 CRI

 

ວັນທີ 15 ສິງຫານີ້, ໂຄງການຜະລິດນ້ຳມັນສຳເລັດຮູບແຫ່ງທຳອິດຢູ່ພາກຕາເວັນອອກສຽງເໜືອຂອງໄທທີ່ບໍລິສັດນ້ຳມັນເຊື້ອໄຟຈີນຮັບເໝົາກໍ່ສ້າງນັ້ນໄດ້ເລີ່ມຜະລິດແລ້ວຢ່າງສະດວກ, ເຊິ່ງປະລິມານການຜະລິດນ້ຳມັນຕໍ່ປີມີເຖິງ 6 ລ້ານໂຕນ. ໂຄງການນີ້ຈະຫຼຸດຜ່ອນສະພາບທີ່ພາກຕາເວັນອອກສຽງເໜືອໄທຂາດແຄນນ້ຳມັນສຳເລັດຮູບ, ພ້ອມທັງປັບປຸງສະພາບການສະໜອງນ້ຳມັນສຳເລັດຮູບໃຫ້ດີຂຶ້ນ.

 

ນັບແຕ່ການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນເວລາ 10 ປີມານີ້, ພະແນກທໍ່ສົ່ງຂອງບໍລິສັດນ້ຳມັນເຊື້ອໄຟຈີນໄດ້ສ້າງທໍ່ສົ່ງນ້ຳມັນຢູ່ໄທຫຼາຍກວ່າ 1500 ກິໂລແມັດ, ເຊິ່ງກວມເອົາຫຼາຍກວ່າ 60% ໃນໄລຍະທາງທໍ່ສົ່ງຂອງໄທ, ທັງໄດ້ຊຸກຍູ້ການສ້າງວຽກເຮັດງານທຳຢູ່ທ້ອງຖິ່ນຕື່ມອີກ.