ຈີນສ້າງຄວາມໝັ້ນໃຈ ແລະ ກຳລັງຂັບເຄື່ອນໃຫ້ກັບການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກ

2023-08-16 14:28:32 cri

ວັນທີ 15 ສິງຫານີ້ເປັນວັນລະບົບນິເວດແຫ່ງຊາດຄັ້ງທຳອິດຂອງຈີນ. ໃນວັນທີ 15 ສິງຫາຂອງ 18 ປີກ່ອນ, ໃນເວລາສຳຫຼວດຢູ່ບ້ານຢູຊູ່ນ, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງຈີນໃນເວລານັ້ນ ໄດ້ສະເໜີແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”. ຫຼັງຈາກນັ້ນ 18 ປີ, ແນວຄິດດັ່ງກ່າວໄດ້ຝັງເລິກຢູ່ໃນໃຈຂອງຊາວຈີນ, ແນວຄິດຄວາມສີວິໄລທາງລະບົບນິເວດຂອງທ່ານສີຈິ້ນຜິງກຳລັງຊີ້ນຳນຳພາຂະບວນການຄວາມທັນສະໄໝທີ່ຄົນ ກັບ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ ເຊິ່ງບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ປະເທດຈີນເທົ່ານັ້ນ, ຍັງໄດ້ສ້າງຄວາມໝັ້ນໃຈ ແລະ ກຳລັງຂັບເຄື່ອນໃຫ້ກັບການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກ.


ໜ່ວຍໂລກເປັນບ້ານພຽງແຫ່ງດຽວທີ່ມວນມະນຸດສາມາດອາໄສຢູ່, ການປົກປັກຮັກສາສິ່ງແວດລ້ອມາທາງລະບົບນິເວດ ແລະ ຊຸກຍູ້ການພັດທະນາແບບຍືນຍົງ ເປັນຄວາມຮັບຜິດຊອບຮ່ວມຂອງບັນດາປະເທດໃນໂລກ. ພາຍຫຼັງຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການຊີ້ນຳນຳພາຂອງແນວຄິດຄວາມສີວິໄລທາງລະບົບນິເວດຂອງທ່ານສີຈິ້ນຜິງ, ຈີນບໍ່ພຽງແຕ່ໄດ້ເພີ່ມທະວີການສ້າງຄວາມສີວິໄລທາງລະບົບນິເວດຂອງຕົນເທົ່ານັ້ນ, ຍັງໄດ້ມີສ່ວນຮ່ວມໃນການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກຢ່າງຕັ້ງໜ້າ, ສະໜອງຜະລິດຕະພັນສາທາລະນະໃຫ້ກັບທົ່ວໂລກໃຫ້ຫຼາຍກວ່າເກົ່າ ເພື່ອຜົນປະໂຫຍດຮ່ວມຂອງມວນມະນຸດ ເຊັ່ນ: ລິເລີ່ມຮ່ວມກັນສ້າງປະຊາຄົມຮ່ວມຊີວິດໂລກ ແລະ ແນວຄິດອື່ນໆ, ກຳນົດແຜນຍຸດທະສາດທີ່ສຳຄັນຄື: ຈະຫຼຸດຜ່ອນການປ່ອຍກາກບອນໃຫ້ເຖິງຈຸດສູງສຸດເມື່ອຮອດປີ 2030 ແລະ ບັນລຸຄວາມເປັນກາງທາງດ້ານກາກບອນເມື່ອຮອດປີ 2060, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແບບສີຂຽວ, ຈັດກອງປະຊຸມໄລຍະ 1 ຂອງກອງປະຊຸມພາຄີຄັ້ງທີ 15 ຂອງສົນທິສັນຍາວ່າດ້ວຍຊີວະນານາພັນ, ກອງປະຊຸມພາຄີຄັ້ງທີ 14 ຂອງສົນທິສັນຍາວ່າ

ດ້ວຍດິນທາມ……ຈີນເດັດດ່ຽວປະຕິບັດລັດທິຫຼາຍຝ່າຍ, ສຸມກຳລັງເຂົ້າໃນການຊຸກຍູ້ການສ້າງລະບົບຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກທີ່ຍຸທິທຳ, ສົມເຫດສົມຜົນ ແລະ ມີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພັດທະນາແບບຍືນຍົງຂອງມວນມະນຸດ, ສ້າງໂລກທີ່ສະອາດ ແລະ ສວຍງາມ.


ສິ່ງແວດລ້ອມທາງລະບົບນິເວດກ່ຽວພັນກັບຄວາມຜາສຸກຂອງປະຊາຊົນບັນດາປະເທດ. ໃນການເຂົ້າຮ່ວມ ແລະ ນຳພາການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກ, ຈີນໄດ້ພິຈາລະນາເຖິງຄວາມມຸ່ງຫວັງຕໍ່ຊີວິດທີ່ດີງາມ, ຄວາມຄອງຄອຍຕໍ່ສິ່ງແວດລ້ອມທີ່ສວຍງາມ ແລະ ຄວາມຮັບຜິດຊອບຕໍ່ຮຸ່ນລູກຮຸ່ນຫຼານຂອງປະຊາຊົນບັນດາປະເທດຢ່າງເຕັມທີ່, ສ້າງຜົນປະໂຫຍດ ກໍຄືຄວາມຜາສຸກເພີ່ມເຕີມໃຫ້ກັບປະຊາຊົນບັນດາປະເທດຢ່າງບໍ່ຢຸດຢັ້ງ. ທາງລົດໄຟຈີນ-ລາວທີ່ຍາວ 1.000 ກວ່າກິໂລແມັດ, ໄດ້ຜ່ານພູເອີ, ສິບສອງພັນນາ ແລະ ເຂດຕ່າງໆທີ່ເປັນເຂດຢູ່ອາໄສຂອງຊ້າງອາຊີ, ຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວມີພູຜາປ່າດົງອັນກວ້າງໃຫຍ່ໄພສານ ແລະ ມີຊັບພະຍາກອນສັດ ແລະ ພືດອັນອຸດົມສົມບູນ ເຊິ່ງໄດ້ສ້າງຄວາມກົດດັນດ້ານສິ່ງແວດລ້ອມທາງລະບົບນິເວດອັນໃຫຍ່ຫຼວງໃຫ້ກັບການກໍ່ສ້າງທາງລົດໄຟຈີນ-ລາວ. ຕາມຂ່າວແຈ້ງວ່າ: ທາງລົດໄຟຈີນ-ລາວໄດ້ຫຼີກເວັ້ນບໍ່ໃຫ້ຜ່ານເຂດສະຫງວນທຳມະຊາດ ແລະ ວັດທະນະທຳ 6 ແຫ່ງ, ບໍ່ໃຫ້ຜ່ານປ່າສະຫງວນແຫ່ງຊາດຂອງລາວ, ໄດ້ສ້າງພື້ນທີ່ສີຂຽວລຽບຕາມເສັ້ນທາງດັ່ງກ່າວຫຼາຍກວ່າ 3 ລ້ານຕາແມັດ ເຊິ່ງໄດ້ຮັບປະກັນປະເທດລາວມີພູຂຽວນ້ຳໃສຄືເກົ່າ.

ນອກນີ້, ໃນຫຼາຍປີມານີ້, ຈີນໄດ້ສຸມກຳລັງຕາມຄວາມສາມາດຂອງຕົນ ເພື່ອຊ່ວຍປະເທດທີ່ກຳລັງພັດທະນາຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ຢູ່ເມືອງກາຣີຊາຂອງເຄນຢາ, ວິສາຫະກິດຈີນໄດ້ຮັບເໝົາກໍ່ສ້າງໂຮງງານຜະລິດໄຟຟ້າດ້ວຍແສງຕາເວັນ ເພື່ອຜ່ອນຄາຍສະພາບການຂາດໄຟຟ້າຂອງເຄນຢາໂດຍບໍ່ປ່ອຍອາຍພິດຈາກເຮືອນແກ້ວ; ຈີນສ້າງນາຂັນໄດແບບປະຢັດນ້ຳຢູ່ເອຢິບ ເພື່ອຊ່ວຍເຂດພູດອຍແຫຼມສິນາຍບຳລຸງຮັກສາແຫຼ່ງນ້ຳ; “ກຳແພງສີຂຽວ” ຢູ່ອາຟຣິກາໄດ້ຮັບການສະໜັບສະໜູນດ້ານເຕັກນິກຈາກຈີນ ເຊິ່ງໄດ້ສະກັດກັ້ນບໍ່ໃຫ້ທະເລຊາຍຊາຮາຣາແຜ່ຂະຫຍາຍໄປທາງທິດໃຕ້……ຈີນໄດ້ເຮັດໃຫ້ໝາກຜົນການພັດທະນາ ແລະ ສິ່ງແວດລ້ອມທີ່ດີງາມສ້າງຜົນປະໂຫຍດໃຫ້ກັບປະຊາຊົນບັນດາປະເທດໃຫ້ໄດ້ຫຼາຍກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ ດ້ວຍໝາກຜົນການຮ່ວມມືຕ່າງໆທີ່ເຫັນໄດ້, ຈັບຕ້ອງໄດ້ ແລະ ມີປະສິດທິຜົນຕົວຈິງ.


ສະຕິປັນຍາ ແລະ ແຜນການຂອງຈີນໄດ້ສ້າງຄວາມໝັ້ນໃຈ ແລະ ກຳລັງຂັບເຄື່ອນໃຫ້ກັບການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດໃນທົ່ວໂລກ. ຈີນຍຶດໝັ້ນເດີນຕາມເສັ້ນທາງການພັດທະນາດ້ວຍຄຸນນະພາບສູງທີ່ໃຫ້ບຸລິມະສິດແກ່ສິ່ງແວດລ້ອມລະບົບນິເວດ, ສີຂຽວ ແລະກາກບອນຕ່ຳ, ຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ກັບໂລກ ແລະ ຈະປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າໃຫ້ກັບຄວາມຄືບໜ້າຂອງມວນມະນຸດ.