ແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”

2023-08-16 15:56:26 cri



ວັນທີ 15 ສິງຫາ2023 ເປັນວັນນິເວດແຫ່ງຊາດຄັ້ງທຳອິດຂອງຈີນ, ເນື່ອງໃນໂອກາດວັນສຳຄັນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ມີຄຳຊີ້ນຳສຳຄັນໂດຍເນັ້ນໜັກໃຫ້ທົ່ວສັງຄົມຈີນພາກັນກະທຳຕົວຈິງເພື່ອເປັນຜູ້ເຜີຍແຜ່ຢ່າງຕັ້ງໜ້າແລະເປັນຕົວແບບຜູ້ປະຕິບັດຕົວຈິງຕາມແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”.

 



ວັນທີ 7 ກັນຍາ2013, ຢູ່ຫ້ອງປະຊຸມໃຫຍ່ຂອງມະຫາວິທະຍາໄລນາຈາປາເຢັຟຂອງກາຊັກສະຖານແມ່ນເຕັມໄປດ້ວຍຄົນຢ່າງຄັບຄາໜາແໜ້ນ.

 

ຢູ່ທີ່ແຫ່ງນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາຖະກະຖາອັນສຳຄັນໃນຫົວຂໍ້ “ເສີມຂະຫຍາຍມິດຕະພາບລະຫວ່າງປະຊາຊົນ, ຮ່ວມກັນສ້າງອະນາຄົດທີ່ດີງາມ”. ຫຼັງຈາກນັ້ນ, ໃນເວລາຕອບຄຳຖາມຂອງບັນດານັກສຶກສາກ່ຽວກັບບັນຫາການອະນຸລັກສິ່ງແວດລ້ອມ, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ຈີນຖ້າຢາກບັນລຸການຫັນເປັນອຸດສາຫະກຳ, ຫັນເປັນຕົວເມືອງ, ຫັນເປັນເຕັກໂນໂລຊີຂໍ້ມູນຂ່າວສານແລະຫັນເປັນທັນສະໄໝດ້ານກະສິກຳ, ແມ່ນຕ້ອງບຸກເບີກເສັ້ນທາງແຫ່ງການພັດທະນາອັນໃໝ່. ຈີນໄດ້ກຳນົດຢ່າງຈະແຈ້ງໃນການຖືເອົາການອະນຸລັກສິ່ງແວດລ້ອມນິເວດໄວ້ຢູ່ໃນຖານະພົ້ນເດັ່ນກວ່າເກົ່າ. ພວກເຮົາບໍ່ພຽງແຕ່ຢາກໄດ້ພູເງິນພູຄຳເທົ່ານັ້ນ ຫາກຍັງຢາກໄດ້ພູຂຽວນ້ຳໃສອີກດ້ວຍ, ແໜງວ່າເອົາພູຂຽວນ້ຳໃສດີກວ່າເອົາ ພູເງິນພູຄຳ,ເພາະວ່າ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ.”

 

ຄຳເວົ້ານີ້ຂອງທ່ານສີຈິ້ນຜິງແມ່ນເປັນການບັນລະຍາຍຢ່າງເລິກເຊິ່ງກ່ຽວກັບແນວຄິດສຳຄັນ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”.

 

ເມື່ອ18ປີກ່ອນ, ຄືໃນ ວັນທີ 15 ສິງຫາ2005, ໃນເວລາທີ່ສຳຫຼວດກວດກາວຽກງານຢູ່ບ້ານຢວີຊຸ່ນເມືອງອ່ານຈີ, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ສະແດງຄວາມຊົມເຊີຍຕໍ່ມາດຕະການຂອງບ້ານຢວີຊຸ່ນທີ່ໄດ້ຕັດສິນໃຈປິດເຂດຂຸດເຈາະບໍ່ແຮ່ໂດຍຫັນໄປກ້າວເດີນຕາມເສັ້ນທາງແຫ່ງການພັດທະນາແບບສີຂຽວຢ່າງຮອບດ້ານ, ພ້ອມທັງໄດ້ສະເໜີແນວຄິດສຳຄັນ  “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”ເປັນຄັ້ງທຳອິດ.

ໃນເວລານັ້ນ, ທ້ອງຖິ່ນຈຳນວນຫຼາຍແຫ່ງຢູ່ຈີນໄດ້ມີການຄັດເລືອກພຽງອັນດຽວຢູ່ລະຫວ່າງ “ພູຂຽວນ້ຳໃສ” ກັບ “ພູເງິນພູຄຳ” ຄື ຄັນບໍ່ເດີນຕາມເສັ້ນທາງເກົ່າແບບ “ທຳລາຍສິ່ງແວດລ້ອມກ່ອນ ແລ້ວຈິ່ງປົວແປງຕາມພາຍຫຼັງ” ຫຼືບໍ່ກໍສະແຫວງຫາແຕ່ການອະນຸລັກສິ່ງແວດລ້ອມພຽງຢ່າງດຽວ,ແຕ່ບໍ່ພັດທະນາເສດຖະກິດ.

 

ການສະເໜີອອກຂອງແນວຄິດສຳຄັນ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ໄດ້ແກ້ໄຂຄວາມຮັບຮູ້ອັນຜິດພາດທີ່ຖືເອົາການອະນຸລັກສິ່ງແວດລ້ອມເປັນດ້ານກົງກັນຂ້າມກັບການພັດທະນາເສດຖະກິດ ໂດຍໄດ້ເປີດຊ່ອງທາງໜຶ່ງສຳລັບການເຊື່ອມຕໍ່ກັນລະຫວ່າງ “ພູຂຽວນ້ຳໃສ” ກັບ “ພູເງິນພູຄຳ”.

 



ຕະຫຼອດໄລຍະ18ປີຜ່ານມານີ້, ພາຍໃຕ້ການຊີ້ນຳຈາກແນວຄິດສຳຄັນດັ່ງກ່າວ, ບ້ານຢວີຊຸ່ນ ທີ່ເປັນບ້ານນ້ອຍມີປະຊາກອນພຽງແຕ່ພັນກວ່າຄົນຢູ່ເຂດພູດອຍທາງພາກເໜືອແຂວງເຈີ້ຈ່ຽງໄດ້ບຸກເບີກເສັ້ນທາງແຫ່ງການພັດທະນາແບບຍືນຍົງທີ່ສິ່ງແວດລ້ອມນິເວດສວຍງາມ, ອຸດສາຫະກຳຈະເລີນແລະປະຊາຊົນຮັ່ງມີ, ຈົນກາຍເປັນເຂດແດນທີ່ໜ້າຢູ່ ໜ້າທຳມາຫາກິນແລະໜ້າທ່ຽວຊົມ ທີ່ມີຊື່ສຽງໂດ່ງດັງໃນທົ່ວປະເທດຈີນ.

 

ເດືອນມີນາ2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານຢວີຊຸ່ນອີກຄັ້ງໜຶ່ງ, ເພິ່ນໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ເວລາຜ່ານໄປຢ່າງວ່ອງໄວ, ສະພາບການໃນອະດີດຍັງຈື່ໄດ້ຢ່າງຄັກແນ່ປານປາກົດຂຶ້ນຢູ່ຕໍ່ໜ້າເລີຍ. ຜົນງານທີ່ບ້ານຢວີຊຸ່ນຍາດມາໄດ້ໃນປັດຈຸບັນໄດ້ພິສູດໃຫ້ເຫັນແລ້ວວ່າ ການພັດທະນາແບບສີຂຽວແມ່ນເສັ້ນທາງທີ່ຖືກຕ້ອງ. ການພັດທະນາເສດຖະກິດບໍ່ຄວນຖືເອົາການທຳລາຍສິ່ງແວດລ້ອມນິເວດເປັນຄ່າຕອບແທນ, ສິ່ງແວດລ້ອມນິເວດເປັນເສດຖະກິດຢ່າງໜຶ່ງ, ເມື່ອເຮົາອະນຸລັກສິ່ງແວດລ້ອມນິເວດແລ້ວ, ສິ່ງແວດລ້ອມນິເວດກໍຈະຄືນປະໂຫຍດໃຫ້ກັບເຮົາເຊັ່ນດຽວກັນ. ”

 

ໄລຍະ18ປີຜ່ານມານີ້, ແນວຄິດທີ່ດີໄດ້ຫັນເປັນການເຄື່ອນໄຫວແຫ່ງຊາດ, ແລະກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ. ຢູ່ຕາມດິນແດນປະເທດຈີນໄດ້ເກີດມີເລື່ອງລາວທີ່ໜ້າປະທັບໃຈຢູ່ທົ່ວທຸກຫົນແຫ່ງ. 

 

ບ້ານຈຽງເຈ່ຍຜິງ ຂຶ້ນກັບເມືອງຜິງລີ້ ແຂວງສ້ານຊີ່ ທີ່ຕັ້ງຢູ່ຈຸດເຊື່ອມຕໍ່ລະຫວ່າງເຂດແດນແຂວງສ້ານຊີ່,ແຂວງຫູເປີຍ ແລະກຳແພງນະຄອນຈຸ່ງກິ່ງ, ເມືອງນີ້ເປັນດິນແດນແຫ່ງຊາທີ່ມີປະຫວັດມາແຕ່ດົນນານແລ້ວ, ນັບຕັ້ງແຕ່ລາຊະວົງຖັງເມື່ອ1.000ກວ່າປີກ່ອນ ເຊິ່ງເປັນໜຶ່ງໃນເຂດຜະລິດຊາທີ່ສຳຄັນ 8 ແຫ່ງຂອງຈີນ. ປີ1974, ສວນຊາລວມໝູ່ຂອງບ້ານເຈຍຈ່ຽງຜິງໄດ້ສ້າງສຳເລັດ, ໃບຊາທີ່ຜະລິດຈາກທີ່ແຫ່ງນີ້ມີຄຸນນະພາບດີ, ປອດສານເຄມີແລະອຸດົມສົມບູນໄປດ້ວຍແຮ່ທາດເຊລີນຽມ(selenium),ແຕ່ວ່າເນື່ອງຈາກຂາດເຕັກນິກວິຊາການແລະການຄຸ້ມຄອງ, ບວກກັບມີທີ່ຕັ້ງຢູ່ສ່ວກເລິກຂອງສາຍພູສິນຫິ້ງ, ການຄົມມະນາຄົມບໍ່ສະດວກ,ຈຶ່ງຄ່ອຍໆຮົກຮ້າງໄປ.

 

ເຖິງຈະມີຊັບພະຍາກອນທີ່ດີ, ແຕ່ກິ່ນຫອມຂອງຊາຢູ່ທີ່ແຫ່ງນີ້ຊ້ຳພັດບໍ່ໄດ້ສົ່ງອອກໄປສູ່ຕ່າງຖິ່ນ.

 

ປີ2014, ຢູ່ທ່າມກາງກະແສແຫ່ງບັ້ນລຶບລ້າງຄວາມທຸກຍາກໃນຍຸກໃໝ່, ບ້ານຈຽງເຈ່ຍຜິງໄດ້ປັບປຸງແລະຍົກລະດັບສວນຊາເກົ່າທີ່ມີເນື້ອທີ່80ເຮັກຕາ ໂດຍໄດ້ສ້າງຕັ້ງໂຮງງານປຸງແຕ່ງໃບຊາທີ່ໄດ້ມາດຕະຖານກວມເນື້ອທີ່ 1.000 ຕາແມັດ, ພ້ອມທັງໄດ້ຄົ້ນຄວ້າໃຫ້ໄດ້ຮູບແບບການພັດທະນາແບບ “ໜ່ວຍພັກ+ວິສາຫະກິດແຖວໜ້າ+ຄອບຄົວທຸກຍາກ” ເຊິ່ງໄດ້ນຳພາໃຫ້ຄອບຄົວທຸກຍາກສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນ.

 

  ໃນຂະບວນການພັດທະນາອຸດສາຫະກຳໃບຊາ, ບ້ານຈຽງເຈ່ຍຜິງບໍ່ໄດ້ລົດລະໃນການອະນຸລັກພູຂຽວນ້ຳໃສ, ແຕ່ໄດ້ລົງໂທດຢ່າງເຂັ້ມງວດໂດຍບໍ່ໂຍະຍານຕໍ່ການກະທຳຕັດໄມ້ທຳລາຍປ່າແລະອື່ນໆ, ເຮັດໃຫ້ສີຂຽວກາຍເປັນສີສັນພົ້ນເດັ່ນທີ່ສຸດຂອງຜືນແຜ່ນດິນແຫ່ງນີ້.

 

ທຸກມື້ນີ້, ບ້ານຈຽງເຈ່ຍຜິງໄດ້ຮັ່ງມີຂຶ້ນຍ້ອນໃບຊາແລະພັດທະນາໃຫ້ຈະເລີນດ້ວຍອຸດສາຫະກຳໃບຊາ. ໃບຊາທຸກໃບແມ່ນໄດ້ເລົ່າເຖິງເລື່ອງລາວກ່ຽວກັບ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”

 


ມື້ໜຶ່ງໃນເດືອນເມສາ ປີ2020,  ຝົນຍາມລະດູໃບໄມ້ປົ່ງຫາກໍເອື້ອນ, ທ່ານສີຈິ້ນຜິງໄດ້ຍ່າງໄປຕາມເສັ້ນທາງນ້ອຍທີ່ເປັນດິນຕົມຂຶ້ນໄປເຖິງສວນຊາຢູ່ເຂດນິຄົມສາທິດອຸດສາຫະກຳຊາທັນສະໄໝນູວາເຟີ້ງຫວງບ້ານຈຽງເຈ່ຍຜິງ.

 

ຕົ້ນຊາຢູ່ເທິງພູສູງກຳລັງເຕີບໂຕງອກງາມດີ.

 

ທ່ານສີຈິ້ນຜິງໄດ້ສອບຖາມບັນດາຊາວສວນຊາຢ່າງລະອຽດວ່າ ຜົນເກັບກ່ຽວເປັນແນວໃດ, ການປັນຜົນກຳໄລຄືແນວໃດ? ເພິ່ນໄດ້ຕັ້ງໃຈຮັບຟັງຊາວບ້ານທັງຫຼາຍເລົ່າເຖິງການປ່ຽນແປງຈາກການຫຼຸດພົ້ນອອກຈາກຄວາມທຸກຍາກ.ຫຼັງຈາກນັ້ນ,ເພິ່ນກໍເວົ້າດ້ວຍຄວາມສຳຄັນວ່າ: “ເມື່ອເຮົານຳໃຊ້ພູຂຽວໃຫ້ມີປະສິດທິຜົນ, ພູຂຽວຕ້ອງຄືນຜົນປະໂຫຍດໃຫ້ເຮົາແນ່ນອນ”.

 



ຢູ່ແຂວງຟູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງຈີນ,  ບ້ານສາງໂຂ້ວໄດ້ເສີມຂະຫຍາຍທ່າແຮງດ້ານພູຜາແມ່ນ້ຳແລະທົ່ງນາ, ຈາກບ້ານໜຶ່ງທີ່ມີລັກສະນະຕົວແທນ “ບ້ານ3ບໍ່ມີ” ຄື ຢູ່ພາຍໃນບ້ານບໍ່ມີທາງເປຕົງຈັກສາຍ, ບໍ່ມີເຮືອນໃໝ່ຈັກຫຼັງ, ບໍ່ມີໄຟຟ້າແຄມທາງຈັກດອກ, ໄດ້ພັດທະນາກາຍມາເປັນບ້ານຊົນນະບົດແບບສວນອຸທິຍານຄືຢູ່ພາຍໃນບ້ານມີສວນ,ຢູ່ໃນສວນມີນ້ຳ,ຢູ່ໃນນ້ຳມີດອກໄມ້ ເຊິ່ງໄດ້ບັນລຸການຫັນປ່ຽນແບບສີຂຽວ.

 

ຢູ່ແຂວງເຫີນານ ທາງພາກກາງຂອງຈີນ, ເມືອງກວ່າງຊ່ານໄດ້ສຸມຄວາມພະຍາຍາມໃນການສ້າງຄວາມຮັ່ງມີໃຫ້ກັບປະຊາຊົນດ້ວຍຊັບພະຍາກອນສິ່ງແວດລ້ອມນິເວດ, ເຮັດໃຫ້ຕົ້ນໂຢສາຫຼືຕົ້ນ(Oil Camellia)ສຳລັບຜະລິດນ້ຳມັນໄດ້ກາຍເປັນ “ຕົ້ນເງິນຄຳ” ສຳລັບປະຊາຊົນເມືອງກວ່າງຊ່ານ.

 

ຢູ່ແຂວງເຮີຍລົງຈ່ຽງ ທາງພາກຕາເວັນອອກສຽງເໜືອຂອງຈີນ, ນະຄອນຢີ່ຊຸ່ນໄດ້ຍຶດໝັ້ນການພັດທະນາດ້ວຍການຫັນປ່ຽນຮູບແບບເສດຖະກິດເຂດປ່າໄມ້ ໂດຍສາມາດບຸກເບີກເສັ້ນທາງແຫ່ງການພັດທະນາດ້ວຍຄຸນນະພາບສູງທີ່ຖືເອົາສິ່ງແວດລ້ອມນິເວດເປັນພື້ນຖານຄົງຕົວ, ສ້າງຄວາມເຂັ້ມແຂງດ້ວຍການທ່ອງທ່ຽວ, ຫັນປ່ຽນໂດຍອີງໃສ່ສິ່ງແວດລ້ອມນິເວດແລະອີງໃສ່ສິ່ງແວດລ້ອມນິເວດເພື່ອສ້າງຄວາມຮັ່ງມີໃຫ້ກັບປະຊາຊົນຢ່າງສຳເລັດຜົນ.

 

“ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ເປັນຂີດໝາຍແຫ່ງການປ່ຽນແປງຢ່າງເລິກເຊິ່ງດ້ານແນວຄິດການພັດທະນາແລະຮູບການຜະລິດ, ເຊິ່ງໄດ້ເປີດສະພາບການໃໝ່ແຫ່ງການພັດທະນາປະເທດຈີນ.