ພົບກັບທ່ານສີຈິ້ນຜິງ|ຂ້ອຍຄິດເຖິງທໍານອງຂອງເພງນັ້ນໂດຍບໍ່ຮູ້ສຶກຕົວ

2023-08-16 17:12:06 CRI


    ໃນການພົບປະລະຫວ່າງປະມຸກລັດອາກຊັງຕິນ-ຈີນເມື່ອປີ 2022, ທ່ານ ກູສຕາໂວ ຊາບິນໂນ ວາກາ ນາກວາຈາ ເອກອັກຄະລັດຖະທູດອາກຊັງຕິນປະຈໍາຈີນໄດ້ຄິດເຖິງທໍານອງຂອງເພງຈີນເພງໜຶ່ງໂດຍບໍ່ຮູ້ສຶກຕົວ ແລະ ໄດ້ເວົ້າເນື້ອເພງທີ່ຄຸ້ນຫູອອກມາວ່າ: ບໍ່ມີພັກກອມມູນິດຈີນກໍບໍ່ມີປະເທດຈີນໃໝ່. ພາຍຫຼັງທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຍິນແລ້ວ, ເພິ່ນໄດ້ຍິ້ມແຍ້ມແບບຮູ້ໃຈກັນ.


    ທ່ານ ກູສຕາໂວ ຊາບິນໂນ ວາກາ ນາກວາຈາ: ຄໍາເວົ້າທີ່ຂ້າພະເຈົ້າເວົ້າອອກມານັ້ນ, ແມ່ນຍ້ອນວ່າເວລາຂ້າພະເຈົ້າເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີທີ່ສະໜາມຫຼວງທ່ຽນອ່ານເໝີນ, ຂ້າພະເຈົ້າໄດ້ຍິນປະຊາຊົນ 70.000 ຄົນຮ້ອງເພງຮ່ວມກັນ ເຊິ່ງເປັນສຽງຮ້ອງທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ກໍຄືຄວາມເຄົາລົບຮັກຂອງປະຊາຊົນທີ່ມີຕໍ່ທ່ານປະທານສີ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຊາບຊຶ້ງໃຈຫຼາຍ. ທ່ານປະທານສີຮູ້ວ່າຄວາມຮຽກຮ້ອງຕ້ອງການຂອງປະຊາຊົນແມ່ນຫຍັງ? ຂ້າພະເຈົ້າເຄີຍໄປຫຼາຍເຂດແຂວງຂອງຈີນ, ຄວາມຮັກແພງຂອງປະຊາຊົນທີ່ມີຕໍ່ເພິ່ນ ກໍຄືຄວາມໜ້າເຊື່ອຖືຂອງປະຊາຊົນທີ່ມີຕໍ່ເພິ່ນນັ້ນ, ເປັນສິ່ງທີ່ສາມາດເບິ່ງເຫັນໄດ້.