ເສັ້ນທາງລົດໄຟຈີນ-ລາວ ຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 20 ລ້ານເທື່ອຄົນ

2023-08-17 14:51:17 CRI


    ວັນທີ 17 ສິງຫານີ້, ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ, ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ເມື່ອວັນທີ 3 ທັນວາ ປີ 2021 ເປັນຕົ້ນມາ, ພາກສ່ວນທາງລົດໄຟຂອງສອງປະເທດຈີນ ແລະ ລາວໄດ້ຍຶດໝັ້ນເປົ້າໝາຍທີ່ມີມາດຕະຖານສູງ, ພັດທະນາແບບຍືນຍົງ ແລະ ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ, ປົກປັກຮັກສາ ແລະ ບໍລິຫານເສັ້ນທາງລົດໄຟຈີນ-ລາວໃຫ້ດີ, ທຸ້ມເທກຳລັງເພື່ອສ້າງເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນຈີນ-ລາວ. ນັບມາຮອດວັນທີ 16 ສິງຫານີ້, ເສັ້ນທາງລົດໄຟຈີນ-ລາວຂົນສົ່ງຜູ້ໂດຍສານໄດ້ 20 ລ້ານ 9 ໝື່ນເທື່ອຄົນ, ເຊິ່ງໄດ້ປະກອບສ່ວນອັນໃໝ່ເຂົ້າໃນການສ້າງແລວເສດຖະກິດຈີນ-ລາວ ແລະ ລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.