ວັນຍີ່ປຸ່ນຍອມຈຳນົນໄດ້ໝູນວຽນມາເຖິງ ເຊິ່ງບາງຄົນຄວນຕື່ນຕົວໄດ້ແລ້ວ

2023-08-17 15:14:23 cri

ວັນທີ 15 ສິງຫາ 1945, ເຈົ້າຊີວິດຍີ່ປຸ່ນໄດ້ປະກາດຜ່ານທາງວິທະຍຸກະຈາຍສຽງຕໍ່ທົ່ວປະເທດ ໂດຍມີເນື້ອຄວາມວ່າ: ຍີ່ປຸ່ນຍອມຮັບຖະແຫຼງການໂປດສດາມທີ່ຈີນ, ອາເມຣິກາ ແລະ ອັງກິດເຕືອນໃຫ້ຍີ່ປຸ່ນຍອມຈຳນົນ ແລະ ປະຕິບັດການຍອມຈຳນົນແບບບໍ່ມີເງື່ອນໄຂ ເພື່ອເປັນການຍຸດຕິສົງຄາມ.


ແຕ່ວ່າ, ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາ, ກຳລັງປີກຂວາຂອງຍີ່ປຸ່ນບໍ່ເຄີຍປະລະ “ຄວາມໃຝ່ຝັນແຫ່ງອຳນາດດ້ານການເມືອງ” ແລະ  “ຄວາມໃຝ່ຝັນແຫ່ງອຳນາດດ້ານການທະຫານ” ຂອງຕົນ. ຫຼາຍປີມານີ້, ອາເມຣິກາໄດ້ນຳພາສ້າງຕັ້ງ “ກົນໄກສີ່ຝ່າຍ” ອາເມຣິກາ-ຍີ່ປຸ່ນ-ອິນເດຍ-ອົດສະຕຣາລີ, ດຶງຝ່າຍດຶງພວກ, ເປີດປ່າວການເປັນປໍລະປັກກັນລະຫວ່າງຄ້າຍ. ພາຍຫຼັງລັດຖະບານຟຸມີໂອ ກີຊີດາຂຶ້ນກຳອຳນາດເປັນຕົ້ນມາ, ກໍໄດ້ແລ່ນຕາມອາເມຣິກາຢ່າງດຽວ, ຍອມເປັນກອງຕະລຸມບອນນຳໜ້າຂອງອາເມຣິກາປະຈຳພາກພື້ນອາຊີປາຊີຟິກ. ໂດຍປະເຊີນໜ້າກັບສຽງຮ້ອງຂໍສັນຕິພາບ, ເຂົາເຈົ້າບໍ່ພຽງແຕ່ບໍ່ໄດ້ດັດແກ້ຄວາມຜິດຂອງຕົນເທົ່ານັ້ນ, ພັດຍັງມີຄວາມປາຖະໜາຢ່າງແຮງກ້າທີ່ຫວັງຄວບຄຸມປະເທດ ຫຼື ເຂດແຄວ້ນທີ່ຕົນເອງເຄີຍຮຸກຮານ, ໂດຍສະເພາະແມ່ນເຂດໄຕ້ຫວັນຂອງຈີນ.


ໃນຊຸມປີມໍ່ໆມານີ້, ນັກການເມືອງຂອງຍີ່ປຸ່ນໄດ້ເພີ່ມທະວີການສຸມກຳລັງເຂົ້າໃນໄຕ້ຫວັນ, ນະໂຍບາຍຕໍ່ໄຕ້ຫວັນຂອງຍີ່ປຸ່ນໄດ້ປາກົດມີທ່ວງທ່າໃໝ່. ໃນດ້ານໜຶ່ງ, ນັກການເມືອງຈຳນວນໜຶ່ງຂອງຍີ່ປຸ່ນເປີດປ່າວ “ໄພຂົ່ມຂູ່ຈາກຈີນ”, ເສກສັນປັ້ນແຕ່ງຖ້ອຍຄຳທີ່ວ່າ “ອູແກຣນໃນມື້ນີ້ ກໍຄືໄຕ້ຫວັນໃນມື້ໜ້າ” ໂດຍສວຍໂອກາດການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ຍິ່ງໄປກວ່ານັ້ນ ມີນັກການເມືອງປ່າວປະກາດວ່າ: “ໄຕ້ຫວັນມີເລື່ອງກໍຄືຍີ່ປຸ່ນມີເລື່ອງ ແລະ ກໍຄືພັນທະມິດຍີ່ປຸ່ນ-ອາເມຣິກາມີເລື່ອງ”, ເຈຕະນາຮ້າຍຂອງເຂົາໄດ້ປາກົດກະຈ່າງແຈ້ງທີ່ສຸດແລ້ວ; ໃນອີກດ້ານໜຶ່ງ, ພັກປະຊາທິປະໄຕເສລີຂອງຍີ່ປຸ່ນ ແລະ ພັກປະຊາທິປະໄຕກ້າວໜ້າຂອງໃຕ້ຫວັນໄດ້ສ້າງຕັ້ງອັນທີ່ເອີ້ນວ່າ “ກົນໄກສົນທະນາ 2+2 ຂອງພັກກຳອຳນາດ”, ປັ່ນກະແສຂ່າວກ່ຽວກັບບັນຫາໄຕ້ຫວັນໃນປະຊາຄົມໂລກ ໂດຍຫວັງຢາກໃຫ້ບັນຫາໄຕ້ຫວັນກາຍເປັນບັນຫາສາກົນ ແລະ ແຊກແຊງເຂົ້າໃນບັນຫາໄຕ້ຫວັນໂດຍຜ່ານການຮ່ວມມືກັບປະເທດອື່ນ.

ລະຫວ່າງວັນທີ 7 ຫາ 9 ສິງຫານີ້, ເນື່ອງໃນໂອກາດການເຊັນສົນທິສັນຍາສັນຕິພາບ ແລະ ໄມຕີຈິດມິດຕະພາບຈີນ-ຍີ່ປຸ່ນຄົບຮອບ 45 ປີ, ທ່ານອາໂຊ ຕາໂຣ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ທັງເປັນຮອງຫົວໜ້າພັກປະຊາທິປະໄຕເສລີຍີ່ປຸ່ນ ໄດ້ເດີນທາງໄປຢ້ຽມຢາມໄຕ້ຫວັນຢ່າງເປີດເຜີຍ ໂດຍບໍ່ເອົາຫົວຊາຕໍ່ສຽງຄັດຄ້ານຢ່າງຮຸນແຮງຈາກກຳລັງແນວທາງສັນຕິພາບພາຍໃນປະເທດຍີ່ປຸ່ນ ແລະ ປະເທດຈີນ, ບໍ່ພຽງແຕ່ໄດ້ພົບປະກັບນາງຊ້າຍຢີ່ງເຫວີນ ຜູ້ນຳເຂດໄຕ້ຫວັນເທົ່ານັ້ນ, ຍັງໄດ້ສະເໜີເພີ່ມທະວີການຮ່ວມມືລະຫວ່າງຍີ່ປຸ່ນກັບໄຕ້ຫວັນໃນຂົງເຂດຕ່າງໆ, ກ່າວເນັ້ນໜັກຢ່າງເປີດເຜີຍວ່າ: “ຕ້ອງກະກຽມສົງຄາມໃຫ້ດີ” ເພື່ອໃຫ້ກາຍເປັນ “ກຳລັງນາບຂູ່” ໃນການປົກປ້ອງໄຕ້ຫວັນ. ນີ້ສ່ຳກັບການຍູ້ປະຊາຊົນໄຕ້ຫວັນເຂົ້າໃນຂຸມໄຟ.


ໃຕ້ຫວັນເປັນສ່ວນໜຶ່ວຂອງຈີນທີ່ຕັດແຍກອອກຈາກຈີນບໍ່ໄດ້, ບັນຫາໄຕ້ຫວັນເປັນວຽກງານພາຍໃນຂອງຈີນ, ບໍ່ອະນຸຍາດໃຫ້ກຳລັງພາຍນອກແຊກແຊງ. ຍີ່ປຸ່ນເຄີຍປົກຄອງໄຕ້ຫວັນແບບລ່າເມືອງຂຶ້ນຍາວເຖິງເຄິ່ງສະຕະວັດ, ປາບປາມການຕໍ່ຕ້ານຂອງປະຊາຊົນໄຕ້ຫວັນຢ່າງໂຫດຮ້າຍ, ກໍ່ອາດຊະຍາກຳຕໍ່ຊາວຈີນຢ່າງຮ້າຍແຮງ, ຕ້ອງຮັບຜິດຊອບຕໍ່ປະຫວັດສາດ, ສິ່ງທີ່ຍີ່ປຸ່ນຄວນເຮັດກໍຄືການທົບທວນຄືນຄວາມຜິດຂອງຕົນ, ມີຄວາມລະມັດລະວັງຕໍ່ກິລິຍາວາຈາຂອງຕົນ. ເນື່ອງໃນໂອກາດວັນຍີ່ປຸ່ນຍອມຈຳນົນຄົບຮອບ 78 ປີ, ຫວັງວ່ານັກການເມືອງດັ່ງກ່າວຂອງຍີ່ປຸ່ນຈະມີຄວາມຕື່ນຕົວ.