ອັກຄີໄພຢູ່ເກາະມາວອີຈະສາມາດເຕືອນໃຈນັກການເມືອງອາເມຣິກາຫຼືບໍ່

2023-08-17 21:32:41 cri

ຫຼາຍຮ້ອຍຄົນປະສົບເຄາະຮ້າຍ, ຫຼາຍພັນຄົນຫາຍສາບສູນ, ເຮືອນຊານຫຼາຍພັນຫຼັງຖືກທຳລາຍ, ນັບມາຮອດວັນທີ 17 ສິງຫານີ້ຕາມເວລາທ້ອງຖິ່ນ, ອັກຄີໄພທີ່ເກີດຂຶ້ນຢູ່ຕາມເກາະມາວອີເຂດຮາວາຍຂອງອາເມຣິກາຍັງບໍ່ສາມາດຖືກຄວບຄຸມໄວ້ເທື່ອ. ຢູ່ຕໍ່ໜ້າກ້ອງສື່ມວນຊົນ, ປະຊາຊົນທ້ອງຖິ່ນເວົ້າວ່າ: “ທຸກສິ່ງທຸກຢ່າງຢູ່ອ້ອມຂ້າງຖືກທຳລາຍໝົດ, ເບິ່ງແລ້ວຄືເປັນສະໜາມຮົບ.”

ຕາມການຄາດຄະເນເບື້ອງຕົ້ນ, ໄຟໄໝ້ລາມປ່າຢູ່ເກາະມາວອີໄດ້ເຮັດໃຫ້ຫຼາຍຮ້ອຍຄອບຄົວຂອງທ້ອງຖິ່ນບໍ່ມີບ່ອນຢູ່ອາໄສ, ພຽງເຮືອນຊານລາຍການດຽວກໍປະສົບຄວາມເສຍຫາຍປະມານ 6 ຕື້ໂດລາ. ນັບມາຮອດວັນທີ 15 ສິງຫານີ້, ອົງການຄຸ້ມຄອງສຸກເສີນສະຫະລັດອາເມຣິກາໄດ້ເບີກງົບປະມານກູ້ໄພປະມານ 2,3 ລ້ານໂດລາ. ແຕ່ຢູ່ກ່ອນໜ້ານີ້ມື້ໜຶ່ງ, ລັດຖະບານໂຈ ໄບເດັນປະກາດສະໜອງການຊ່ວຍເຫຼືອທາງການທະຫານທີ່ມີມູນຄ່າ 200 ລ້ານໂດລາແກ່ອູແກຣນ ເຊິ່ງເຮັດໃຫ້ຊາວເນັດອາເມຣິກາເວົ້າສຽດສີວ່າ: “ຖ້າປ່ຽນຊື່ເຂດຮາວາຍເປັນອູແກຣນໄປແລ້ວ, ປະຊາຊົນຜູ້ປະສົບໄພຈະໄດ້ຮັບການຊ່ວຍເຫຼືອຫຼາຍກວ່າຕີ້ນໍ້!”

ປັດຈຸບັນນີ້, ໄຟໄໝ້ລາມປ່າຢູ່ເກາະມາວອີຍັງແຜ່ລາມໄປອີກ, ມັນບໍ່ພຽງແຕ່ໄດ້ທຳລາຍບ້ານເມືອງຂອງປະຊາຊົນທ້ອງຖິ່ນເທົ່ານັ້ນ, ກໍໄດ້ສ່ອງແສງໃຫ້ເຫັນເຖິງຄວາມບົກຜ່ອງດ້ານລະບຽບການຂອງອາເມຣິກາ. ໂດຍປະເຊີນໜ້າກັບສຽງຮຽກຮ້ອງຕ້ອງການ ແລະ ຄວາມທຸກທໍລະມານຂອງປະຊາຊົນຜູ້ປະສົບໄພ ພ້ອມດ້ວຍສຽງຕຳໜິຕິຕຽນອັນຮຸນແຮງຂອງພາຍນອກ, ນັກການເມືອງອາເມຣິກາຈະມີຄວາມຕື່ຕົວບໍ່ວ່າ: ຄວນຍຸດຕິການຍຸຍົງສົ່ງເສີມໃນບັນຫາອູແກຣນ ແລະ ສຸມໃສ່ການກູ້ໄພຢູ່ເກາະມາວອີກຈະດີກວ່າ.