ສະໜາມຫີນແຮ່ເສດເຫຼືອໃນອະດີດ ກາຍເປັນແຫຼ່ງທ່ອງທ່ຽວໃນປັດຈຸບັນນີ້

2023-08-17 16:59:55 CRI


    ຢູ່ແຄມທະເລເກາະສ່ານຊ່ານເມືອງໄລໂຈ່ວແຂວງສ່ານຕຸ່ງຈີນເຄີຍເປັນສະໜາມເກັບມ້ຽນຫີນແຮ່ເສດເຫຼືອ, ເຊິ່ງມີຜົນກະທົບທີ່ໜັກໜ່ວງຕໍ່ສິ່ງແວດລ້ອມອ້ອມຂ້າງ. ຊຸມປີມໍ່ໆມານີ້, ອົງການປົກຄອງທ້ອງຖິ່ນໄດ້ດຳເນີນການປັບປຸງແບບສັງລວມຕໍ່ສະໜາມເກັບມ້ຽນຫີນແຮ່ເສດເຫຼືອແຫ່ງນີ້, ໂດຍຜ່ານການຂຸດຫີນ, ຖົມດິນຄຸນນະພາບດີ, ປູກຕົ້ນໄມ້ປະເພດຕ້ານກະແສລົມ ແລະ ທົນທານຕໍ່ທາດເກືອ, ຈຶ່ງເຮັດໃຫ້ສິ່ງແວດລ້ອມນິເວດຢູ່ແຄມຝັ່ງທະເລໄດ້ຮັບການປັບປຸງດີຂຶ້ນຢ່າງມີປະສິດທິຜົນ. ຫຼັງຈາກນັ້ນ, ສະໜາມເກັບມ້ຽນຫີນແຮ່ເສດເຫຼືອໃນອະດີດຢູ່ເກາະສ່ານຊ່ານໄດ້ກາຍເປັນຖານສຶກສາອົບຮົມດ້ານການອະນຸລັກສິ່ງແວດລ້ອມ ແລະແຫຼ່ງທ່ອງທ່ຽວແຄມທະເລລະດັບແຂວງຂອງແຂວງສ່ານຕຸ່ງ, ເຊິ່ງໄດ້ຮັບປະສິດທິຜົນທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະສັງຄົມ.