ທ່ານຫວາງຢີ້ເຂົ້າຢ້ຽມຄຳນັບທ່ານນາງ ປານີ ຢາທໍຕູ້

2023-08-17 10:27:36 cri



   ວັນທີ 16 ສິງຫານີ້, ຢູ່ນະຄອນຄຸນມິງ ແຂວງຢູນນານ ສປ ຈີນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ເຂົ້າຢ້ຽມຄຳນັບທ່ານນາງ ປານີ ຢາທໍຕູ້ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດ ແຫ່ງ ສປປ ລາວທີ່ເດີນທາງມາຈີນເພື່ອເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້.

   ໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍຕູ້ ກ່າວຢືນຢັນວ່າ ຝ່າຍລາວຍິນດີຮ່ວມມືກັບຝ່າຍຈີນເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງພັກ-ສອງລັດ, ຮັດແໜ້ນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ ເສດຖະກິດການຄ້າ, ການລົງທຶນ ແລະການທ່ອງທ່ຽວ ເປັນຕົ້ນ, ສ້າງຕົວແບບແຫ່ງຄູ່ຮ່ວມຊາຕາກຳລາວ-ຈີນ.



    ທ່ານຫວາງຢີ້ກ່າວວ່າ: ສອງປະເທດຈີນ-ລາວລ້ວນແຕ່ເປັນປະເທດສັງຄົມນິຍົມ, ມີແນວຄິດແລະອຸດົມການທີ່ເຊື່ອມສານກັນ, ມີຜົນປະໂຫຍດຮ່ວມດ້ານຍຸດທະສາດ, ພວກຂ້າພະເຈົ້າຍິນດີຮ່ວມກັບຝ່າຍລາວສືບຕໍ່ສ້າງຄວາມເຂົ້າໃຈກັນແລະໄວ້ເນື້ອເຊື່ອໃຈກັນ, ສະໜັບສະໜູນແລະຊ່ວຍເຫຼືອເຊິ່ງກັນແລະກັນ, ເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ, ເປີດກວ້າງການຮ່ວມມືຮອບດ້ານໃນທົ່ວທຸກຂົງເຂດ, ຫັນຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງການນຳຂັ້ນສູງໃຫ້ເປັນໝາກຜົນການຮ່ວມມືຕົວຈິງ ເພື່ອສ້າງຜົນປະໂຫຍດໃຫ້ກັບປະຊາຊົນສອງຊາດຫຼາຍກວ່າເກົ່າ.