ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ໄຂຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ

2023-08-17 11:08:54 CRI

 

   ວັນທີ 16 ສິງຫານີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ສາມັກຄີປະສານງານກັນເພື່ອສະແຫວງຫາການພັດທະນາຮ່ວມກັນ” ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ.


   ງານວາງສະແດງຄັ້ງນີ້ແມ່ນກະຊວງການຄ້າຈີນ ແລະ ອົງການປົກຄອງແຂວງຢຸນານຈີນຮ່ວມກັນເປັນເຈົ້າພາບ, ຈັດຂຶ້ນເລີ່ມແຕ່ວັນທີ 16 ຈົນຮອດວັນທີ 20 ສິງຫານີ້. ປະເທດຢູ່ອາຊີໃຕ້, ອາຊີຕາເວັນອອກສຽງໃຕ້ ແລະ ປະເທດສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ທັງໝົດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຄັ້ງນີ້ ເຊິ່ງຖືວ່າເປັນໜຶ່ງໃນກິດຈະກໍາແລກປ່ຽນເສດຖະກິດການຄ້າທີ່ສໍາຄັນຂອງຈີນກັບປະເທດຢູ່ອາຊີໃຕ້ໃນປີນີ້.