ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນໃຫ້ອາຈານແລະ ນັກສຶກສາຂອງສະຖາບັນຂົງຈື້ມະຫາວິທະຍາໄລເຕັກໂນໂລຊີເດີບານອາຟຣິກາໃຕ້

2023-08-18 16:49:41 CRI


ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບຄືນໃຫ້ອາຈານແລະ ນັກສຶກສາຂອງສະຖາບັນຂົງຈື້ມະຫາວິທະຍາໄລເຕັກໂນໂລຊີເດີບານອາຟຣິກາໃຕ້, ໂດຍໃຫ້ກຳລັງໃຈແກ່ເຂົາເຈົ້າຮຽນພາສາຈີນໃຫ້ດີ, ປະກອບສ່ວນເຂົ້າໃນການສືບທອດ ແລະ ເສີມຂະຫຍາຍພາລະກິດມິດຕະພາບລະຫວ່າງຈີນ-ອາຟຣິກາໃຕ້, ຊຸກຍູ້ມິດຕະພາບ ແລະ ການຮ່ວມມືຈີນ-ອາຟຣິກາ.


ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງຊີ້ອອກວ່າ, ເມື່ອ 10 ປີກ່ອນ, ຂ້າພະເຈົ້າເປັນສັກຂີພິຍານໃຫ້ແກ່ການສ້າງຕັ້ງ ສະຖາບັນຂົງຈື້ມະຫາວິທະຍາໄລເຕັກໂນໂລຊີເດີບານ. ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນວ່າ, ໂດຍຜ່ານຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳໄດ້ຮັບໝາກຜົນທີ່ອຸດົມສົມບູນ, ຊາວໜຸ່ມອາຟຣິກາໃຕ້ຈຳນວນຫຼວງຫຼາຍ ຜ່ານການຮຽນພາສາຈີນ, ໄດ້ຮັບຮູ້ວັດທະນະທຳປະຫວັດສາດຂອງຈີນ, ເປີດກວ້າງເສັ້ນທາງແຫ່ງການຄັດເລືອກອາຊີບ, ໄດ້ບັນລຸຄວາມໃຝ່ຝັນໃນຊີວິດຂອງຕົນ.

 

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ, ຈີນ ແລະ ອາຟຣິກາໃຕ້ລ້ວນແຕ່ເປັນປະເທດ ພວມພັດທະນາຂະໜາດໃຫຍ່ທີ່ສຳຄັນ, ສອງປະເທດມີມິດຕະພາບພິເສດແບບມິດສະຫາຍ ອ້າຍນ້ອງ, ການຮ່ຳຮຽນ ຮັບຮູ້ພາສາ ແລະ ວັດທະນະທຳເຊິ່ງກັນ ແລະກັນ, ມີຜົນດີຕໍ່ການຊຸກຍູ້ຄວາມເຂົ້າໃຈ ຄວາມສະໜິດສະໜົມ ແລະ ມິດຕະພາບທຸກເຊັ່ນຄົນລະຫວ່າງປະຊາຊົນສອງຊາດ. ຍິນດີຕ້ອນຮັບພວກທ່ານມາຢ້ຽມຢາມຈີນໃຫ້ຫຼາຍຂຶ້ນໃນຂະນະທີ່ຮຽນພາສາຈີນໃຫ້ດີ, ລົງເລິກຮັບຮູ້ ແລະ ເຂົ້າໃຈຈີນຫຼາຍກວ່າເກົ່າ, ນຳໃຊ້ຄວາມຮູ້ ຄວາມຄິດ, ສິ່ງທີ່ໄດ້ເຫັນໄດ້ຟັງຂອງຕົນ, ແນະນຳປະເທດຈີນທີ່ແທ້ຈິງ ແລະຮອບດ້ານໃຫ້ແກ່ເພື່ອນມິດຫຼາຍກວ່າເກົ່າ, ພະຍາຍາມເປັນທູດສືບທອດ ແລະ ເສີມຂະຫຍາຍພາລະກິດມິດຕະພາບລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນການຊຸກຍູ້ມິດຕະພາບ ແລະ ການຮ່ວມມືລະຫວ່າງຈີນ-ອາຟຣິກາ ກໍຄືການ ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.