ເຫດການຍົນຕົກຢູ່ນະຄອນຊາອາລາມປະເທດມາເລເຊຍເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ

2023-08-18 12:15:09 CRI

 

   ຜູ້ບັນຊາການໃຫຍ່ຕຳຫຼວດລັດເນເກຣີເຊລັນເກີປະເທດມາເລເຊຍໄດ້ຢືນຢັນໃນວັນທີ 17 ສິງຫານີ້ວ່າ: ເຫດການຍົນຕົກຢູ່ນະຄອນຊາອາລາມປະເທດລັດເນເກຣີເຊລັນເກີໃນຕອນບ່າຍຂອງມື້ດຽວນັ້ນ, ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ, ໃນນັ້ນລວມທັງຜູ້ໂດຍສານ 8 ຄົນ, ຜູ້ຂັບລົດຈັກ 1 ຄົນ ແລະ ຜູ້ຂັບລົດໃຫຍ່ 1 ຄົນ.


   ອີງຕາມແຈ້ງການທີ່ອົງການການບິນພົນລະເຮືອນມາເລເຊຍເປີດເຜີຍໃນວັນທີ 17 ສິງຫານີ້ແຈ້ງໃຫ້ຮູ້ວ່າ: ຍົນ Beech ລໍາໜຶ່ງໄດ້ຕົກຢູ່ນະຄອນຊາອາລາມ ເທສະບານລັດເນເກຣີເຊລັນເກີປະເທດມາເລເຊຍໃນຕອນບ່າຍຂອງມື້ດຽວກັນ.


   ອີງຕາມແຈ້ງການສະບັບດັ່ງກ່າວ, ຍົນລໍາດັ່ງກ່າວໄດ້ບິນອອກຈາກສະໜາມບິນສາກົນລັງກາວີໃນເວລາ 14 ໂມງ 8 ນາທີຂອງວັນທີ 17 ສິງຫານີ້ຕາມເວລາທ້ອງຖິ່ນ, ໄດ້ຕິດຕໍ່ກັບຫໍບັນຊາການບິນຂອງສະໜາມບິນຊູນຕານ ອັບດູນ ອາສິສ ຊາ ໃນເວລາ 14 ໂມງ 47 ນາທີ ແລະ ໄດ້ຮັບອະນຸຍາດໃຫ້ລົງຈອດໃນເວລາ 14 ໂມງ 48 ນາທີ. ຫໍບັນຊາການບິນໄດ້ເຫັນຄວັນດໍາຢູ່ສະຖານທີ່ເກີດເຫດໃນເວລາ 14 ໂມງ 51 ນາທີ, ແຕ່ຊໍ້າພັດບໍ່ໄດ້ຮັບສັນຍານຂໍຄວາມຊ່ວຍເຫຼືອກູ້ໄພ.