ເຈົ້າໜ້າທີ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ເພີ່ມເງິນທຶນຊ່ວຍເຫຼືອໃຫ້ແກ່ມຽນມາ

2023-08-19 15:58:37 cri


    ເຈົ້າໜ້າທີ່ຮັບຜິດຊອບວຽກງານມະນຸດສະທຳອົງການສະຫະປະຊາຊາດໄດ້ອອກຖະແຫຼງການໃນວັນທີ 17 ສິງຫານີ້, ໂດຍໄດ້ຮຽກຮ້ອງໃຫ້ຂະຫຍາຍການອະນຸມັດການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ເພີ່ມເງິນທຶນ, ເພື່ອຊ່ວຍເຫຼືອປະຊາຊົນ 18 ລ້ານຄົນທີ່ຕ້ອງການຄວາມຊ່ວຍເຫຼືອຢູ່ມຽນມາ.

    ຫຼາຍປີມໍ່ໆມານີ້, ຄວາມຮຽກຮ້ອງຕ້ອງການດ້ານມະນຸດສະທຳຂອງມຽນມາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຜູ້ບໍ່ມີບ່ອນຢູ່ອາໄສໄດ້ເພີ່ມຂຶ້ນຈາກ 3,8 ແສນຄົນໃນຕົ້ນປີ 2021 ເປັນ 1,9 ລ້ານຄົນໃນປັດຈຸບັນ. ເຖິງວ່າຄວາມຮຽກຮ້ອງຕ້ອງການໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງກໍຕາມ, ເງິນທຶນທີ່ມຽນມາມີຄວາມຕ້ອງການໃນປີນີ້ໄດ້ຮັບການຕອບສະໜອງພຽງແຕ່ 22% ເທົ່ານັ້ນ.