ກອງປະຊຸມເວທີເປິກສາຫາລືການຮ່ວມມືສາກົນກ່ຽວກັບການບໍລິຫານຈັດການວຽກງານສຸກເສີນຈີນ-ອາຊຽນ 2023 ຈະຈັດຂຶ້ນໃນເດືອນທັນວາ

2023-08-20 12:06:01 cri


    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ສິງຫາ 2023, ທ່ານກູ້ເຕີຊິ້ງ ກຳມະການຄະນະພັກທັງເປັນໂຄສົກພະແນກບໍລິຫານຈັດການວຽກງານສຸກເສີນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ເປີດເຜີຍໃຫ້ຮູ້ວ່າ, ກອງປະຊຸມເວທີເປິກສາຫາລືການຮ່ວມມືສາກົນກ່ຽວກັບການບໍລິຫານຈັດການວຽກງານສຸກເສີນຈີນ-ອາຊຽນ 2023 ຈະຈັດຂຶ້ນຢູ່ນະຄອນນານນິງລະຫວ່າງວັນທີ 4-6 ທັນວາປີນີ້.

ກອງປະຊຸມເວທີເປິກສາຫາລືການຮ່ວມມືສາກົນກ່ຽວກັບການບໍລິຫານຈັດການວຽກງານສຸກເສີນຈີນ-ອາຊຽນແມ່ນກອງປະຊຸມເວທີເປິກສາຫາລືເຈົ້າໜ້າທີ່ຂັ້ນສູງພາຍໃຕ້ຂອບງານວາງສະແດງສິນຄ້າຈີນ-ອາຊຽນ.

ໃນກອງປະຊຸມເວທີເປິກສາຫາລືຄັ້ງນີ້ຈະດຳເນີນການເປິກສາຫາລືໂດຍປິ່ນອ້ອມການເພີ່ມທະວີການປ້ອງກັນຄວາມສ່ຽງດ້ານໄພພິບັດ, ຍົກສູງຄວາມສາມາດການບໍລິຫານຈັດການວຽກງານສຸກເສີນ, ຮ່ວມກັນປ້ອງກັນການເກີດອຸບັດເຫດຈາກການປະຕິບັດໜ້າທີ່ວຽກງານ, ສ້າງອຸດສາຫະກຳຂະແໜງການສຸກເສີນ ແລະອື່ນໆ. ການຈັດກອງປະຊຸມເວທີເປິກສາຫາລືຄັ້ງນີ້ ຈະມີຜົນດີຕໍ່ການປັບປຸງກົນໄກການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງຈີນກັບອາຊຽນໃຫ້ສົມບູນກວ່າເກົ່າ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນປະເທດຕ່າງໆ.