ທ່ານຫວາງຢີ້ພົບປະກັບຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດໄທ

2023-08-20 15:49:44 CRI

ວັນທີ 19 ສິງຫານີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທທີ່ມາຢ້ຽມຢາມເຮັດວຽກຢູ່ຈີນ.


ສອງຝ່າຍໄດ້ພົບປະຫາລືກັນກ່ຽວກັບການລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ແນວຄວາມຄິດການພັດທະນາທີ່ເຊື່ອມຈອດກັນລະຫວ່າງຈີນ-ລາວ-ໄທໄດ້ຮັບໝາກຜົນທີ່ເຫັນປະຈັກ, ເລັ່ງລັດການກໍ່ສ້າງເສັ້ນທາງລົດໄຟຈີນ-ໄທ ແລະ ເສັ້ນທາງເຊື່ອມຈອດທາງລົດໄຟຈີນ-ລາວ-ໄທ, ຮ່ວມກັນປາບອາຊະຍາກຳຂ້າມຊາດຕ່າງໆ ລວມທັງການຫຼອກລວງທາງໂທລະຄົມ, ຮ່ວມກັນສ້າງສູນພັດທະນາເຕີບໂຕດ້ານເສດຖະກິດ ພ້ອມທັງລົງເລິກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ເລັ່ງລັດຊຸກຍູ້ການເປິກສາຫາລື “ກົດແຫ່ງການປະພຶດໃນທະເລຈີນໃຕ້” ຫຼື COC ແລະອື່ນໆ.


ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາມຽນມາຢ່າງເລິກເຊິ່ງ, ເຫັນດີພະຍາຍາມຊຸກຍູ້ຂະບວນການແກ້ໄຂບັນຫາມຽນມາຜ່ານທາງການເມືອງ, ສະໜັບສະໜູນການແກ້ໄຂບັນຫາມຽນມາດ້ວຍແບບວິທີຂອງອາຊຽນ.


ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ສົນໃຈຮ່ວມກັນ.