ປະຊາຊົນຈີນ-ລາວຮ່ວມກັນເດີນຕາມທາງລົດໄຟຈີນ-ລາວ ແລະກ້າວໄປສູ່ອະນາຄົດທີ່ສົດໃສໃນການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ

2023-08-21 16:01:35 cri

ຫວ່າງມໍ່ໆມານີ້, ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງເປີດເຜີຍໃຫ້ຮູ້ວ່າ, ມາຮອດວັນທີ 16 ສິງຫາ 2023, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 20 ລ້ານເທື່ອຄົນ, ໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດຈີນ-ລາວ ແລະ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ. ປັດຈຸບັນ, ການອອກເດີນທາງ ແລະ ທ່ອງທ່ຽວຂ້າມຊາດໂດຍຜ່ານທາງລົດໄຟຈີນ-ລາວໄດ້ກາຍເປັນທາງເລືອກຂອງນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ.

ສະຖິຕິໄດ້ສະແດງໃຫ້ເຫັນວ່າ, ກ່ອນທາງລົດໄຟຈີນ-ລາວເປີດນຳໃຊ້, ໄລຍະທາງລົດໄຟໃນປະເທດລາວມີພຽງ 3,5 ກິໂລແມັດເທົ່ານັ້ນ. ປະຊາຊົນລາວເດີນທາງໄປປະເທດຈີນ 84% ແມ່ນຂີ່ເຮືອບິນ, ຜູ້ທີ່ຂີ່ລົດໄຟໄປປະເທດຈີນມີພຽງ 16%. ພາຍຫຼັງທາງລົດໄຟຈີນ-ລາວເປີດນຳໃຊ້ແລ້ວ, ປະຊາຊົນລາວທີ່ຂີ່ລົດໄຟໄປປະເທດຈີນໄດ້ເພີ່ມເປັນ 77%, ເພີ່ມຂຶ້ນ 61%. ທາງລົດໄຟຈີນ-ລາວເລີ່ມຂາຍປີ້ໂດຍສານສາກົນແຕ່ວັນທີ 13 ເມສາປີນີ້ເປັນຕົ້ນມາ, ມີຜູ້ໂດຍສານ 5,3 ໝື່ນຄົນທີ່ມາຈາກ 53 ປະເທດ ແລະ ເຂດແຄວ້ນໄດ້ບັນລຸການອອກເດີນທາງຂ້າມຊາດໂດຍຜ່ານຂະບວນລົດໄຟ EMU ທີ່ເດີນທາງອອກຈາກສະຖານີລົດໄຟບໍ່ຫານເມືອງຫຼ້າກິ່ງແຂວງສິບສອງພັ່ນນາ. ເລີ່ມແຕ່ວັນທີ 3 ທັນວາ 2021 ຫາວັນທີ 3 ມິຖຸນາ 2023, ທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າເຖິງ 21 ລ້ານໂຕນ. ໃນຖານະເປັນໂຄງການທີ່ສຳຄັນດ້ານການພັດທະນາຄຸນນະພາບສູງໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວໄດ້ສະແດງໃຫ້ເຫັນເຖິງທ່ວງທ່າທີ່ມີຄວາມກ້າວໜ້າໃນດ້ານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.

ທາງລົດໄຟຈີນ-ລາວບໍ່ພຽງແຕ່ໄດ້ເຊື່ອມຈອດປະເທດຈີນກັບປະເທດລາວເທົ່ານັ້ນ, ຍິ່ງໄປກວ່ານັ້ນໄດ້ນຳເອົາປະຊາຊົນ ແລະ ສິນຄ້າຂອງສິບກວ່າປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຂົ້າໃນສະພາບການພັດທະນາໃຫຍ່. ໂດຍອາໄສທາງລົດໄຟຈີນ-ລາວ, ການຂົນສົ່ງສິນຄ້າດ້ວຍທາງລົດໄຟສາມາດປົກຄຸມເຖິງລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ປະເທດອື່ນໆ, ຮູບແບບການຂົນສົ່ງສາກົນດ້ວຍທາງລົດໄຟໃໝ່ເຊັ່ນ: “ຂະບວນລົດໄຟຂົນສົ່ງສິນຄ້າໄວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ + ການຄ້າເອເລັກໂຕຣນິກຂ້າມຊາດ”, “ທາງລົດໄຟຈີນ-ລາວ + ຂະບວນລົດໄຟຈີນ-ເອີຣົບ” ແລະ ອື່ນໆໄດ້ຮັບຄວາມນິຍົມຈາກວິສາຫະກິດຈຳນວນຫຼວງຫຼາຍ. ປັດຈຸບັນ, ປະເພດຂົນສົ່ງສິນຄ້າສາກົນຈາກ 10 ກວ່າຊະນິດໃນໄລຍະຕົ້ນເພີ່ມຂຶ້ນເປັນ 1.200 ກວ່າຊະນິດ.

ປັດຈຸບັນ, ທາງລົດໄຟຈີນ-ລາວໄດ້ເຊື່ອມຈອດນະຄອນຄຸນມິງ, ເມືອງພູເອີ, ກິ່ງແຂວງສິບສອງພັ່ນນາຂອງຈີນ ແລະ ບໍ່ເຕ່ນ, ວັງວຽງ, ວຽງຈັນ ແລະອື່ນໆຂອງລາວ. ໄດ້ກາຍເປັນ “ເສັ້ນທາງຄຳ” ທີ່ເຊື່ອມຈອດປະເທດຈີນກັບຕ່າງປະເທດ. ຢູ່ຖະໜົນຕ່າງໆຂອງປະເທດລາວ, ສາມາດພົບເຫັນສິນຄ້າຈີນທີ່ສົ່ງຜ່ານທາງລົດໄຟຈີນ-ລາວ, ສ່ວນສິນຄ້າລາວກໍສາມາດຂາຍຢູ່ຈີນຍ້ອນທາງລົດໄຟສາຍນີ້, ນອກນັ້ນ, ນັກທ່ອງທ່ຽວຕ່າງປະເທດທີ່ຂີ່ລົດໄຟສາກົນໄປທ່ຽວຫຼວງພະບາງນັ້ນຍັງໄດ້ຊຸກຍູ້ການບໍລິໂພກຂອງທ້ອງຖິ່ນ. ສິ່ງທີ່ປະຊາຊົນບໍ່ຮູ້ນັ້ນກໍຄື, ໃນໄລຍະກໍ່ສ້າງທາງລົດໄຟຈີນ-ລາວ, ເນື້ອທີ່ຢູ່ດິນແດນລາວປະມານ 2.931 ເຮັກຕາ, ລູກລະເບີດປະມານ 459 ລູກທີ່ບໍ່ທັນແຕກທີ່ອາເມຣິກາຖິ້ມໄວ້ໃນໄລຍະສົງຄາມຫວຽດນາມ, ແລະທາດລະເບີດ 460 ກວ່າອັນໄດ້ຖືກກວດລ້າງເພື່ອຮັບປະກັນຄວາມໝັ້ນຄົງ. ໂດຍຜ່ານໄລຍະຫຼາຍສິບປີ, ສັນຕິພາບ ແລະ ການພັດທະນາໄດ້ກາຍເປັນກະແສຂອງຍຸກໃໝ່ແລ້ວ, ປະຊາຊົນຈີນ-ລາວພວມເດີນຕາມທາງລົດໄຟຈີນ-ລາວເຊິ່ງເປັນເສັ້ນທາງຄຳ, ພ້ອມກັນກ້າວໄປສູ່ອະນາຄົດສົດໃສໃນການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ.