ເປັນຫຍັງປະເທດບຣິກສສາມາດຮັກສາຄວາມໝັ້ນທ່ຽງ ແລະ ເຄື່ອງເລັ່ງຄວາມໄວຂອງການພັດທະນາທົ່ວໂລກ

2023-08-22 15:40:10 cri

ກົນໄກບຣິກສທີ່ນຳພາໂດຍປະເທດທີ່ຈະເລີນໃໝ່ ແລະ ປະເທດກຳລັງພັດທະນາ ກຳລັງຈັດກອງປະຊຸມສຸດຍອດຢູ່ນະຄອນໂຈຮານເນັສເບີກຂອງປະເທດອາຟຣິກາໃຕ້. ນັບແຕ່ກົນໄກດັ່ງກ່າວສ້າງຕັ້ງຂຶ້ນເປັນຕົ້ນມາ, ໃນຖານະເປັນຜູ້ຕາງໜ້າຂອງຕະຫຼາດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາ, ປະເທດບຣິກສໄດ້ເສີມຂະຫຍາຍບົດບາດໃນການຮັກສາຄວາມໝັ້ນທ່ຽງຂອງສະຖານະການ ແລະ ເລັ່ງຄວາມໄວຂອງການພັດທະນາ ເຊິ່ງໄດ້ສ້າງພະລັງໃຫ້ກັບການພັດທະນາທົ່ວໂລກ.

ອີງຕາມຂໍ້ມູນທີ່ເປີດເຜີຍໂດຍອົງການຄົ້ນຄວ້າເສດຖະກິດຂອງອັງກິດໃນເດືອນມີນາປີນີ້ສະແດງໃຫ້ເຫັນວ່າ: GDP ຂອງປະເທດບຣິກສໄດ້ກວມເອົາ 31,5% ຂອງທົ່ວໂລກ, ຫຼາຍກວ່າອັດຕາຂອງກຸ່ມ G7 ທີ່ເປັນ 30,7%. ອັດຕາປະກອບສ່ວນຂອງປະເທດບຣິກສທີ່ມີຕໍ່ການເຕີບໂຕຂອງເສດຖະກິດໂລກບັນລຸເຖິງ 50%, ກາຍເປັນກ້ອນກຳລັງທີ່ມີບົດບາດສຳຄັນຕໍ່ການພັດທະນາຂອງເສດຖະກິດໂລກ. ໃນກອງປະຊຸມພົບປະຂອງຜູ້ນຳອົງການປະເທດບຣິກສຄັ້ງທີ່ 15 ທີ່ຈັດຂຶ້ນຢູ່ນະຄອນໂຈຮານເນັສເບີກຂອງປະເທດອາຟຣິກາໃຕ້, ມີ 50 ປະເທດກຳລັງລໍຖ້າເຂົ້າເປັນສະມາຊິກຄອບຄົວປະເທດບຣິກສ. ຖ້າວ່າອົງການດັ່ງກ່າວອະນຸຍາດເພີ່ມສະມາຊິກ, ອັດຕາສ່ວນຂອງປະເທດບຣິກສໃນເສດຖະກິດໂລກຈະເພີ່ມຂຶ້ນຕື່ມອີກ.

ປະເທດບຣິກສໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການແກ້ໄຂບັນຫາດ້ານຄວາມທຸກຍາກ ແລະ ການພັດທະນາ ແລະ ການຊຸກຍູ້ການປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ. ທ່ານເຝີງຊີ່ງເຄີ່ ເຂລາທິການໃຫຍ່ເວທີເປິກສາຫາລືການເງິນໂລກ, ຫົວໜ້າຄັງປັນຍາບຣິກສກ່າວວ່າ: ການຮ່ວມມືລະຫວ່າງປະເທດບຣິກສໃນດ້ານເສດຖະກິດການເງິນ, ການເມືອງ, ຄວາມໝັ້ນຄົງ, ຕະຫຼອດຮອດການແລກປ່ຽນດ້ານວັດທະນະທຳ, ດິນຟ້າອາກາດ ແລະອື່ນໆ, ໄດ້ອຳນວຍແຜນການໃໝ່ຂອງປະເທດບຣິກສໃຫ້ກັບການແກ້ໄຂບັນຫາຕ່າງໆໃນການຄຸ້ມຄອງທົ່ວໂລກ. ໃນນັ້ນ, ໃນຖານະເປັນໜຶ່ງໃນໝາກຜົນທີ່ເປັນສັນຍະລັກແຫ່ງການຮ່ວມມືລະຫວ່າງປະເທດບຣິກສ, ທະນາຄານພັດທະນາໃໝ່ໄດ້ອະນຸມັດໂຄງການກູ້ຢືມເກືອບ 100 ໂຄງການ ໂດຍມີມູນຄ່າຫຼາຍກວ່າ 30 ຕື້ໂດລານັບແຕ່ສ້າງຕັ້ງຂຶ້ນໃນປີ 2015 ເປັນຕົ້ນມາ ເຊິ່ງໄດ້ຮັບປະກັນການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາແບບຍືນຍົງຂອງປະເທດຕະຫຼາດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາ.

ໃນດ້ານການຄຸ້ມຄອງດິນຟ້າອາກາດທົ່ວໂລກ, ປະເທດບຣິກສໄດ້ປະກອບສ່ວນເຂົ້າໃນການບັນລຸສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ ແລະ ສັນຍາປາຣີ ກໍຄືການຊຸກຍູ້ປະເທດທີ່ພັດທະນາແລ້ວປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ແລະ ດ້ານອື່ນໆ. ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 75, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳໝັ້ນສັນຍາຢ່າງເຄັ່ງຂຶມວ່າ: ຈີນຈະພະຍາຍາມເຮັດໃຫ້ການປ່ອຍກາກບອນເຖິງຈຸດສູງສຸດໃນປີ 2030 ແລະ ບັນລຸຄວາມເປັນກາງທາງດ້ານກາກບອນໃນປີ 2060. ເບຣຊິນ, ຣັດເຊຍ, ອິນເດຍ ແລະ ອາຟຣິກາໃຕ້ກໍໄດ້ໃຫ້ຄຳໝັ້ນສັນຍາດ້ານດິນຟ້າອາກາດເຊັ່ນກັນ, ໄດ້ວາງນະໂຍບາຍເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະກາດມາດຕະການທີ່ກ່ຽວຂ້ອງ ເຊິ່ງໄດ້ເສີມຂະຫຍາຍບົດບາດຂອງປະເທດບຣິກສໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ກອງປະຊຸມພົບປະຂອງຜູ້ນຳອົງການປະເທດບຣິກສທີ່ຈັດຂຶ້ນຢູ່ນະຄອນໂຈຮານເນັສເບີກໃນຄັ້ງນີ້ ສຸມໃສ່ການເສີມຂະຫຍາຍການພົວພັນລະຫວ່າງປະເທດບຮິກສກັບອາຟຣິກາ, ການເພີ່ມສະມາຊິກຂອງປະເທດບຣິກສ, ການຮ່ວມມືດ້ານເສດຖະກິດການເງິນແບບເຊື່ອມໂຍງເຂົ້າກັນຂອງປະເທດບຣິກສ, ຄວາມຂັດແຍ້ງດ້ານພູມີພາກການເມືອງ ແລະ ບັນຫາຈຸດສຸມອື່ນໆ, ຫົວຂໍ້ເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ: “ການຄຸ້ມຄອງທົ່ວໂລກ” ທີ່ສະເໜີໂດຍປະເທດບຣິກສນັ້ນ ແມ່ນມີຄວາມແຕກຕ່າງໂດຍພື້ນຖານກັບຄວາມເຈຕະນາຢາກຄວບຄຸມທົ່ວໂລກຂອງປະເທດຝ່າຍຕາເວັນຕົກ. ພວກເຮົາມີຄວາມໝັ້ນໃຈຢ່າງເຕັມທີ່ວ່າ: ປະເທດບຣິກສທີ່ມີປະຊາກອນປະມານ 42% ຂອງໂລກ ແລະ ກວມເອົາ 1/5 ຂອງປະລິມານເສດຖະກິດທົ່ວໂລກນັ້ນ ຈະສາມາດສືບຕໍ່ຮັກສາຄວາມໝັ້ນທ່ຽງຂອງສະຖານະການໃນພາກພື້ນ ກໍຄືສາກົນ, ເລັ່ງຄວາມໄວຂອງຄວາມສາມັກຄີ ແລະ ການຮ່ວມມືຂອງຕະຫຼາດຈະເລີນໃໝ່ ແລະ ປະເທດກຳລັງພັດທະນາ, ອຳນວຍແຜນການຂອງຕົນ ແລະ ເພີ່ມກຳລັງຂອງຕົນເຂົ້າໃນການພັດທະນາທົ່ວໂລກ.