ລັດຖະສະພາຊຸດໃໝ່ຂອງກຳປູເຈຍສ້າງຕັ້ງຂຶ້ນ ສະມາຊິກ 125 ທ່ານໄດ້ສາບານຕົວເຂົ້າຮັບຕຳແໜ່ງ

2023-08-22 14:29:26 cri

 

ວັນທີ 21 ສິງຫານີ້, ລັດຖະສະພາຊຸດທີ 7 ຂອງກຳປູເຈຍໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ, ສະມາຊິກສະພາ 125 ທ່ານໄດ້ສາບານຕົວເຂົ້າຮັບຕຳແໜ່ງຢູ່ພະລາຊະວັງໃນມື້ດຽວກັນ.

 

ໃນຕອນເຊົ້າວັນທີ 21 ສິງຫານີ້, ລັດຖະສະພາຊຸດທີ 7 ຂອງກຳປູເຈຍໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກ, ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍເປັນປະທານກອງປະຊຸມດັ່ງກ່າວ. ກອງປະຊຸມໄດ້ຮັບຮອງເອົາບັນຊີລາຍຊື່ຂອງສະມາຊິກສະພາຊຸດໃໝ່ ແລະກົດລະບຽບຂອງລັດຖະສະພາຊຸດໃໝ່.

 

ລັດຖະສະພາຊຸດທີ 7 ຂອງກຳປູເຈຍປະກອບດ້ວຍສະມາຊິກ 125 ທ່ານ, ໃນນັ້ນມີ 120 ທ່ານມາຈາກພັກປະຊາຊົນກຳປູເຈຍ ແລະມີ 5 ທ່ານມາຈາກພັກຟູນຊິນເປັກກຳປູເຈຍ.