ທ່ານເສດຖາ ທະວີສິນໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທຄົນໃໝ່

2023-08-23 15:00:02 cri

 

ວັນທີ 22 ສິງຫານີ້, ທ່ານພອນເພັດ ຮອງປະທານລັດຖະສະພາໄທໄດ້ເປີດເຜີຍໃຫ້ຮູ້ວ່າ: ທ່ານເສດຖາ ທະວີສິນ ຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີທີ່ສະເໜີຊື່ໂດຍພັກເພື່ອໄທໄດ້ຮັບສຽງສະໜັບສະໜູນຈາກສະມາຊິກລັດຖະສະພາຫຼາຍກວ່າເຄິ່ງໜຶ່ງໃນກອງປະຊຸມຮ່ວມຂອງສະພາສູງ ແລະສະພາຕ່ຳທີ່ຈັດຂຶ້ນໃນມື້ດຽວກັນ ແລະດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໄທຄົນໃໝ່.

 

ທ່ານເສດຖາ ທະວີສິນຖືເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີພຽງຜູ້ດຽວທີ່ຖືກສະເໜີຊື່, ໄດ້ຮັບສຽງສະໜັບສະໜູນ 482 ສຽງຈາກສະມາຊິກລັດຖະສະພາ 728 ທ່ານທີ່ເຂົ້າຮ່ວມລົງຄະແນນສຽງ. ກ່ອນໜ້ານີ້ ທ່ານເສດຖາກ່າວຜ່ານສື່ສັງຄົມອອນລາຍວ່າ: ເປົ້າໝາຍການເປັນນາຍົກລັດຖະມົນຕີແມ່ນແກ້ໄຂຄວາມທຸກຍາກ, ຄວາມບໍ່ສະເໝີພາບ ແລະອື່ນໆ, ຊ່ວຍພັດທະນາເສດຖະກິດຂອງໄທ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.