ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 132 ເລີ່ມຂຶ້ນແລ້ວ

2023-08-23 14:59:18 cri

 

ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກຫ້ອງການຂ່າວສານຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານວ່າ: ເວລາ 9 ໂມງຂອງວັນທີ 22 ສິງຫານີ້, ກອງກຳປັ່ນລາດຕະເວນຮ່ວມທີ່ປະກອບດ້ວຍກຳປັ່ນປະຕິບັດກົດໝາຍຈີນ 3 ລຳ, ກຳປັ່ນປະຕິບັດກົດໝາຍລາວ 1 ລຳ ແລະກຳປັ່ນປະຕິບັດກົດໝາຍມຽນມາ 1 ລຳໄດ້ເດີນທາງອອກຈາກທ່າກຳປັ່ນຈິງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນານຈີນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 132 ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການເຄື່ອນໄຫວຄັ້ງນີ້ໄດ້ດຳເນີນການລາດຕະເວນຕາມພາກສ່ວນ ແລະລາດຕະເວນຮ່ວມເພື່ອປະຕິບັດກົດໝາຍໃນທົ່ວລຳນ້ຳ, ຄາດວ່າຈະໃຊ້ເວລາ 4 ມື້ 3 ຄືນ. ໃນໄລຍະດຳເນີນການເຄື່ອນໄຫວຄັ້ງນີ້, ຈີນຈະປ່ຽນໜ່ວຍງານປະຕິບັດກົດໝາຍຈີນທີ່ປະຈຳຢູ່ຈຸດປະສານງານເມືອງມອມ ແລະຊຽງກົກຂອງລາວຊຸດໃໝ່.