ລັດຖະບານຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໄດ້ເສຍຄວາມໜ້າເຊື່ອຖືຕໍ່ປະຊາຄົມໂລກ

2023-08-23 16:16:30 cri

 

ວັນທີ 22 ສິງຫາ 2023, ພາຍຫຼັງຈັດກອງປະຊຸມສະມາຊິກລັດຖະບານທີ່ກ່ຽວຂ້ອງ, ລັດຖະບານຍີ່ປຸ່ນປະກາດວ່າຈະປ່ອຍນ້ຳປົນເປື້ອນລັງສີນິວເຄຣຍຟຸຄຸຊິມະລົງສູ່ທະເລເລີ່ມແຕ່ວັນທີ 24 ສິງຫານີ້ເປັນຕົ້ນໄປ. ຂະບວນການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລຈະດຳເນີນເປັນເວລາປະມານ 30 ປີ, ນີ້ໝາຍຄວາມວ່ານ້ຳປົນເປື້ອນລັງສີດັ່ງກ່າວທີ່ມີລັງສີນິວເຄຣຍຫຼາຍກວ່າ 60 ຊະນິດນັ້ນຈະໄຫຼເຂົ້າສູ່ທະເລໃນອະນາຄົດຢ່າງບໍ່ຢຸດຢັ້ງ.

ຍີ່ປຸ່ນຍຶດໝັ້ນເອີ້ນນ້ຳປົນເປື້ອນລັງສີນິວເຄຣຍທີ່ໄດ້ຜ່ານລະບົບບຳບັດລັງສີນິວເຄຣຍ ຫຼື ALPS ເປັນ “ນ້ຳທີ່ໄດ້ຜ່ານການບຳບັດແລ້ວ”, ເຫັນວ່ານ້ຳເຫຼົ່ານີ້ໄດ້ຖືກກັບມາດຕະຖານປ່ອຍລົງສູ່ທະເລ, ແຕ່ວ່າ ALPS ໄດ້ເກີດບັນຫາເລື້ອຍໆໃນຂະບວນການປະຕິບັດງານ. ປີ 2016, ລະບົບ ALPS ຖືກພົບເຫັນມີ 4 ບ່ອນຮົ່ວນ້ຳ; ປີ 2018, ອັນທີ່ເອີ້ນວ່າ “ນ້ຳທີ່ໄດ້ຜ່ານການບຳບັດແລ້ວ” ຖືກພົບເຫັນມີລັງສີນິວເຄຣຍຫຼາຍຊະນິດສູງກວ່າມາດຕະຖານຢ່າງຫຼວງຫຼາຍ.

ສິ່ງທີ່ໜ້າສົນໃຈກໍຄື ການປ່ອນນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລບໍ່ແມ່ນແຜນການເປັນໄປໄດ້ພຽງແຕ່ແຜນການດຽວ. ກ່ອນໜ້ານີ້, ລັດຖະບານຍີ່ປຸ່ນເຄີຍສະເໜີແຜນການແກ້ໄຂນ້ຳປົນເປື້ອນລັງສີນິວເຄຣຍ 5 ແຜນການ, ໃນນັ້ນ, ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລແມ່ນແຜນການໃຊ້ເງິນໜ້ອຍກວ່າໝູ່, ສ່ວນວິທີແກ້ໄຂທີ່ໃຊ້ເງິນຫຼາຍທີ່ສຸດແມ່ນຫັນນ້ຳປົນເປື້ອນລັງສີນິວເຄຣຍເປັນທາດແຂງແລ້ວຝັງຢູ່ໃຕ້ດິນ, ຄາດວ່າຈະໃຊ້ເງິນຫຼາຍກວ່າແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລຫຼາຍສິບເທົ່າ ຫຼືວ່າຮ້ອຍເທົ່າ. ສາເຫດທີ່ລັດຖະບານຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລກໍຍ້ອນວ່າແຜນການນີ້ປະຢັດເງິນທຶນທີ່ສຸດ, ແລະມີຄວາມສ່ຽງຕ່ຳສຸດຕໍ່ຍີ່ປຸ່ນເອງ.

ບໍ່ຕ້ອງສົງໄສເລີຍວ່າ, ຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລຈະສ້າງຄວາມສ່ຽງຢ່າງໜັກໜ່ວງຕໍ່ເສດຖະກິດ ແລະ ສິ່ງແວດລ້ອມທາງທະເລຂອງໂລກຢ່າງແນ່ນອນ. ອົງການຄົ້ນຄວ້າວິທະຍາສາດທະເລເຢຍລະມັນຊີ້ໃຫ້ເຫັນວ່າ, ພາຍໃນເວລາ 57 ວັນເລີ່ມແຕ່ວັນທີປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລ, ລັງສີນິວເຄຣຍກໍຈະກະຈາຍໄປຫຼາຍກວ່າເຄິ່ງໜຶ່ງຂອງມະຫາສະໝຸດປາຊີຟິກ, ຫຼັງຈາກນັ້ນ 3 ປີ, ອາເມຣິກາ ແລະ ການາດາກໍຈະຖືກ ກະທົບຈາກນ້ຳປົນເປື້ອນລັງສີນິວເຄຣຍ, ຈາກນັ້ນ 10 ປີ, ລັງສີນິວເຄຣຍຈະແພ່ກະຈາຍເຖິງທະເລທັງໝົດຂອງໂລກ, ແລະຈະທຳລາຍ DNA ແລະ ຈຸລັງຂອງມະນຸດ. ຍິ່ງໄປກວ່ານັ້ນຈະກະທົບເຖິງການອົບພະຍົບຂອງປາທະເລຂອງໂລກ, ຂະແໜງການປະມົງທະເລທາງໄກ, ສຸຂະພາບຂອງມະນຸດ, ຄວາມໝັ້ນຄົງດ້ານລະບົບນິເວດ ແລະ ອື່ນໆ.

ປີ 2015, ລັດຖະບານຍີ່ປຸ່ນໃຫ້ຄຳໝັ້ນສັນຍາທາງລາຍລັກອັກສອນຕໍ່ສະມາຄົມຂະແໜງ ການປະມົງຟຸຄຸຊິມະວ່າ, ກ່ອນໄດ້ຮັບຄວາມເຫັນດີຈາກຝ່າຍຕ່າງໆທີ່ກ່ຽວຂ້ອງ, ຈະບໍ່ປະຕິບັດມາດຕະການໃດໆຕໍ່ນ້ຳປົນເປື້ອນລັງສີນິວເຄຣຍ. ນັບມາຮອດປັດຈຸບັນ, ປະຊາຊົນຍີ່ປຸ່ນຈຳນວນຫຼວງຫຼາຍລວມທັງອົງການການປະມົງຟຸຄຸຊິມະກໍຍັງຄັດຄ້ານການປ່ອນນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລຢ່າງແຮງ, ແຕ່ວ່າລັດຖະບານຍີ່ປຸ່ນຍັງໄດ້ຊູຊີປະຕິບັດແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລ, ການກະທຳຂອງລັດຖະບານຍີ່ປຸ່ນທີ່ຫຼົນລີ້ນປີ້ນຄວາມລະເມີດຄຳໝັ້ນສັນຍາຂອງຕົນ, ໄດ້ເສຍຄວາມໜ້າເຊື່ອຖືຕໍ່ປະຊາຊົນຍີ່ປຸ່ນ, ທັງໄດ້ເສຍຄວາມໜ້າເຊື່ອຖືຕໍ່ປະຊາຄົມໂລກ. ຈີນທັກທວງໃຫ້ລັດຖະບານຍີ່ປຸ່ນຈົ່ງປ່ຽນແປງຂໍ້ຕົກລົງທີ່ຜິດພາດ, ຍົກເລີກແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລ, ສື່ສານແລກປ່ຽນຢ່າງມີຄວາມປາດຖະໜາດທີ່ດີກັບປະເທດອ້ອມຂ້າງດ້ວຍທ່າທີທີ່ມີຄວາມຈິງໃຈ, ຊຳລະແກ້ໄຂນ້ຳປົນເປື້ອນລັງສີນິວເຄຣຍຢ່າງເໝາະສົມດ້ວຍທ່າທີທີ່ມີຄວາມຮັບຜິດຊອບ, ແລະໄດ້ຮັບການຕິດຕາມຢ່າງເຂັ້ມງວດຈາກປະຊາຄົມໂລກ.