ປະທານປະເທດຈີນຕ້ອນຮັບການເຂົ້າຢ້ຽມຄໍານັບຂອງນາຍົກລັດຖະມົນຕີເອທິໂອປີ

2023-08-24 15:05:16 CRI

 

   ຕອນແລງວັນທີ 23 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ອາບີ ອາຮະເມດ ອາລີ ນາຍົກລັດຖະມົນຕີເອທິໂອປີໃນໄລຍະເຂົ້າຮ່ວມການພົບປະລະຫວ່າງຜູ້ນໍາປະເທດບຣິກສ໌ທີ່ນະຄອນໂຈຮານເນສເບີກຂອງອາຟຣິກາໃຕ້.


   ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຝ່າຍຈີນໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນກັບເອທິໂອປີ, ສະໜັບສະໜູນຂະບວນການສັນຕິພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງພາຍໃນປະເທດຂອງເອທິໂອປີ, ຍິນດີຮ່ວມກັບຝ່າຍເອທິໂອປີເພີ່ມທະວີການໄປມາຫາສູ່ກັນລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນ, ເປີດກວ້າງການຮ່ວມມືຢ່າງຮອບດ້ານ, ເຮັດໃຫ້ໄມຕີຈິດມິດຕະພາບລະຫວ່າງສອງປະເທດຍິ່ງເຊື່ອມຊຶມເຂົ້າໃນຈິດໃຈຂອງປະຊາຊົນ, ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ເອທິໂອປີໃຫ້ໄດ້ຮັບການພັດທະນາຕື່ມອີກ.


   ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ສອງຝ່າຍຄວນສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວກ່ຽວກັບຜົນປະໂຫຍດໃຈກາງ ແລະ ບັນຫາສໍາຄັນທີ່ຕ່າງຝ່າຍຕ່າງເປັນຫ່ວງ. ຝ່າຍຈີນສົ່ງເສີມວິສາຫະກິດຈີນໄປລົງທຶນ ແລະ ພັດທະນາທຸລະກິດຢູ່ເອທິໂອປີໃຫ້ຫຼາຍກວ່າເກົ່າ ເພື່ອເປີດກວ້າງການຮ່ວມທາງດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດ. ພ້ອມດຽວກັນນີ້, ຝ່າຍຈີນຍິນດີຮ່ວມກັບຝ່າຍເອທິໂອປີ, ຊຸກຍູ້ການຈັດຕັ້ງປະຕິບັດ “ແນວຄິດການພັດທະນາໂດຍສັນຕິຂອງມູມແຈອາຟຣິກາ”, ເພື່ອປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.


   ທ່ານ ອາບີ ກ່າວຢືນຢັນວ່າ: ເອທິໂອປີທະນຸຖະໜອມໄມຕີຈິດມິດຕະພາບກັບຈີນເປັນຢ່າງສູງ, ຍຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ, ສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກທີ່ສະເໜີອອກໂດຍທ່ານປະທານ ສີຈິ້ນຜິງ, ພ້ອມທັງເຂົ້າຮ່ວມການຮ່ວມມືເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງຫ້າວຫັນ. ເອທິໂອປີຍິນດີຖອດຖອນບົດຮຽນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດຈາກຈີນ, ເພື່ອບັນລຸການພັດທະນາຂອງປະເທດຕົນໃຫ້ດີກວ່າເກົ່າຕື່ມອີກ.