ເຈົ້າຊີວິດໄທຊົງອະນຸຍາດແຕ່ງຕັ້ງທ່ານເສດຖາ ທະວີສິນເປັນນາຍົກລັດຖະມົນຕີ

2023-08-24 14:48:34 cri


   ວັນທີ 23 ສິງຫານີ້, ທ່ານຄຳພີ ດິດຖາກອນ ໂຄສົກປະທານສະພາຜູ້ແທນລາຊະດອນຂອງໄທກ່າວວ່າ: ສົມເດັດ ມະຫາ ວາຊິຣະລົງກອນ ເຈົ້າຊີວິດໄທໄດ້ຊົງອະນຸຍາດແຕ່ງຕັ້ງທ່ານເສດຖາ ທະວີສິນເປັນນາຍົກລັດຖະມົນຕີໄທຄົນທີ30ແລ້ວ.


   ທ່ານຄຳພີ ດິດຖາກອນໄດ້ເປີດເຜີຍໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວໃນມື້ດຽວກັນວ່າ: ກອງເລຂາສະພາຜູ້ແທນລາຊະດອນໄດ້ຍື່ນຜົນກອງປະຊຸມປະສົມລັດຖະສະພາລົງຄະແນນສຽງເລືອກຕັ້ງທ່ານເສດຖາ ທະວີສິນເປັນນາຍົກລັດຖະມົນຕີໃນວັນທີ 22 ສິງຫານີ້ໃຫ້ພະບໍລົມມະວົງສານຸວົງ,ໂດຍເຈົ້າຊີວິດໄດ້ຊົງອະນຸຍາດການແຕ່ງຕັ້ງທ່ານເສດຖາ ທະວີສິນເປັນນາຍົກລັດຖະມົນຕີ.