ທ່ຽວຊົມ “ແລນມາກໃໝ່” ຂອງໜຶ່ງແລວໜຶ່ງເສັ້ນທາງມວນຊົນອິນໂດເນເຊຍສະແດງຄວາມຮູ້ສຶກຕໍ່ເສັ້ນທາງລົດໄຟຈາກກາຕາ-ບັນດຸງ

2023-08-24 15:51:41 CRI



 

ຫວ່າງມໍ່ໆມານີ້, ໂຄສົກພະແນກພາສາອິນໂດເນເຊຍສູນອາຊີ-ອາຟຣິກາຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ເດີນທາງໄປໃຈກາງຖະໜົນໃນນະຄອນຫຼວງຈາກາຕາແລະສະຖານທີ່ກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ເພື່ອຂໍຄວາມເຫັນໂດຍກົງແລະຕົວຈິງທີ່ສຸດຈາກມວນຊົນອິນໂດເນເຊຍກ່ຽວກັບລົດໄຟຄວາມໄວສູງຈາກາຕາ-ບັນດຸງດ້ວຍການສຳພາດຕາມຖະໜົນ, ເລີ່ມດຳເນີນກິດຈະກຳສາລະພັດສື່ການທ່ຽວຊົມ “ແລນມາກໃໝ່” ຂອງໜຶ່ງແລວໜຶ່ງເສັ້ນທາງ.


 


ໃນຖານະເປັນໂຄງການສັນຍະລັກຕາມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການຮ່ວມມືຕົວຈິງລະຫວ່າງຈີນ-ອິນໂດເນເຊຍ, ເມື່ອເວົ້າເຖິງລົດໄຟຄວາມໄວສູງ ຈາກາຕາ-ເມືອງບັນດຸງ, ມວນຊົນທີ່ໃຫ້ສຳພາດລ້ວນແຕ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈແລະພາກພູມໃຈ. ນາງອາບີ, ຜູ້ໃຫ້ສຳພາດຄົນທຳອິດກ່າວວ່າ: “ລົດໄຟຄວາມໄວສູງຈາກາຕາ-ບັນດຸງແມ່ນ “ດາວເດັ່ນ” ທີ່ມີຊື່ສຽງທີ່ສຸດຂອງອິນໂດເນເຊຍໃນປັດຈຸບັນນີ້, ການເລືອກຈີນແມ່ນຂໍ້ຕົກລົງທີ່ສະຫຼາດທີ່ສຸດ.” ຄົນທັງຫຼາຍຮູ້ສຶກຕົກສະເງີ້ຕໍ່ການປ່ຽນແປງຄັ້ງໃຫຍ່ທີ່ຈະເຮັດໃຫ້ເວລາການເດີນທາງຈາກນະຄອນຫຼວງຈາກາຕາຫາເມືອງບັນດຸງສັ້ນເຂົ້າຈາກ 3 ຊົ່ວໂມງຫຼຸດລົງເຫຼືອພຽງ 40 ນາທີພາຍຫຼັງເປີດການນຳໃຊ້, ພ້ອມທັງມີຄວາມຄອງຄອຍຢ່າງເຕັມທີ່ຕໍ່ຊີວິດການເປັນຢູ່ທີ່ມີຄວາມສະດວກສະບາຍຈາກລົດໄຟຄວາມໄວສູງນຳມາໃຫ້, ແລະຜົນປະໂຫຍດດ້ານເສດຖະກິດທີ່ຈະໄດ້ຮັບເຂດຢູ່ລຽບຕາມທາງລົດໄຟ.


 


ມີຫຼາຍຄົນກ່າວວ່າ: ຫວັງວ່າມື້ໃດມື້ໜຶ່ງເສັ້ນທາງລົດໄຟຄວາມໄວສູງຈະໄດ້ຮັບການກໍ່ສ້າງຮອດບ້ານເກີດຂອງຕົນ, ເຮັດໃຫ້ມວນຊົນຢູ່ເຂດຫຼາຍກວ່າເກົ່າໄດ້ສຳຜັດເຖິງຄວາມໄວຂອງຈີນ. ທ່ານດີວີຢານາ ສະລາເມັດ ຣີຢາດີ, ຜູ້ບໍລິຫານບໍລິສັດລົດໄຟຄວາມໄວສູງຈີນແຫ່ງອິນໂດເນເຊຍຈຳກັດກ່າວໃນເວລາໃຫ້ສຳພາດວ່າ: ລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ສ້າງສະພາບການໃໝ່ທີ່ໄດ້ຮັບຜົນປະໂຫຍດຮ່ວມກັນໃຫ້ແກ່ການພັດທະນາດ້ານການຮ່ວມມືລະຫວ່າງສອງປະເທດ, ສ້າງແບບຢ່າງທີ່ດີດ້ານການຮ່ວມມືພາກພື້ນໃຫ້ແກ່ປະເທດອື່ນໆ.

 


ນອກນີ້, ມີຊາວໜຸ່ມອິນໂດເນເຊຍຈຳນວນຫຼາຍກ່າວວ່າ: ຊີວິດການເປັນຢູ່ຂອງຕົນແມ່ນປັດສະຈາກ “ຜະລິດຕະພັນອັດສະລິຍະຂອງຈີນ” ບໍ່ໄດ້. ເຄື່ອງໄຟຟ້າໃຊ້ໃນເຮືອນແລະມືຖືອັດສະລິຍະທີ່ຜະລິດໂດຍຈີນແລະຜະລິດຕະພັນເອເລັກໂຕຣ ນິກແບບທັນສະໄໝໄດ້ຮັບຄວາມນິຍົມຫຼາຍຢູ່ຕະຫຼາດອິນໂດເນເຊຍ, ແຕ່ລະປີມີນັກສຶກສາອິນໂດເນເຊຍສະເໜີໄປຮຽນຕໍ່ຢູ່ຈີນນັບມື້ນັບຫຼາຍກວ່າເກົ່າ.


 


ມວນຊົນອິນໂດເນເຊຍທີ່ໃຫ້ສຳພາດກ່າວໂດຍທົ່ວໄປວ່າ: ໃນອະນາຄົດຈີນແລະອິນໂດເນເຊຍຄວນບຸກເບີກຂົງເຂດການຮ່ວມມືຫຼາຍກວ່າເກົ່າ, ຕົວຢ່າງວ່າ: ບົດຮຽນທີ່ນຳໜ້າດ້ານການລຶບລ້າງຄວາມທຸກຍາກຂອງຈີນແລະການເຮັດໃຫ້ຊົນນະບົດມີຄວາມຈະເລີນຮຸ່ງເຮືອງຂອງຈີນຈະໄດ້ຮັບການໂຄສະນາຢູ່ອິນໂດເນເຊຍ. ຫວັງວ່າໃນອະນາຄົດສອງປະເທດຈະດຳເນີນການຮ່ວມມືຢ່າງເລິກເຊິ່ງກວ່າເກົ່າໃນຂົງເຂດພະລັງງານສີຂຽວ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີແລະຂົງເຂດອື່ນໆ.