ຜູ້ຕ້ອງຫາອາດຊະຍາກຳຫຼອກລວງທາງໂທລະຄົມຢູ່ເມືອງເມຍວາດີມຽນມາ 4 ຄົນຖືກຄຸມຕົວສົ່ງກັບຄືນປະເທດ

2023-08-24 10:59:47 cri

 

ຕອນບ່າຍວັນທີ 23 ສິງຫານີ້, ຜູ້ຕ້ອງຫາອາດຊະຍາກຳຫຼອກລວງທາງໂທລະຄົມ 4 ຄົນໄດ້ຖືກມອບໃຫ້ໜ່ວຍງານຕຳຫຼວດຈີນໂດຍຕຳຫຼວດມຽນມາຢູ່ສະໜາມບິນສາກົນຢາງກຸ້ງ ແລະຖືກຄຸມຕົວສົ່ງກັບຄືນປະເທດ.

 

ກຸ່ມຫຼອກລວງທາງໂທລະຄົມນີ້ໃຊ້ການຮັບສະໝັກດ້ວຍເງິນເດືອນສູງເປັນຂໍ້ອ້າງ, ເພື່ອຕົວະຍົວະຊັກຈູງຄົນຈີນໃຫ້ເຂົ້າມາມີສ່ວນຮ່ວມໃນການສໍ້ໂກງການລົງທຶນ ແລະຄຸ້ມຄອງການເງິນຜ່ານທາງອອນລາຍຢູ່ເມືອງເມຍວາດີມຽນມາ. ໃນຕອນເຊົ້າວັນທີ 23 ສິງຫານີ້, ມີຜູ້ຕ້ອງຫາອາດຊະຍາກຳຫຼອກລວງທາງໂທລະຄົມ 2 ຄົນໄດ້ຖືກມອບໃຫ້ໜ່ວຍງານຕຳຫຼວດຈີນໂດຍຕຳຫຼວດມຽນມາຢູ່ສະໜາມບິນສາກົນຢາງກຸ້ງ ແລະຖືກຄຸມຕົວສົ່ງກັບຄືນປະເທດ.