ອົງການບຣິກສຮັບສະມາຊິກໃໝ່! ທ່ານສີຈິ້ນຜິງກ່າວວ່າ ຈະເພີ່ມກຳລັງແຮງແຫ່ງສັນຕິພາບ ແລະ ການພັດທະນາຂອງໂລກຕື່ມອີກ

2023-08-25 15:15:33 cri


ວັນທີ 24 ສິງຫາ 2023, ໃນກອງປະຊຸມຖະແຫຼງຂ່າວພິເສດກ່ຽວກັບການພົບປະຄັ້ງທີ 15 ຂອງຜູ້ນຳອົງການປະເທດບຣິກສທີ່ຈັດຂຶ້ນຢູ່ນະຄອນໂຈຮານເນັສເບີກປະເທດອາຟຣິກາໃຕ້ ໄດ້ປະກາດວ່າ, ຈະເຊີນອາຣັບບີ ຊາອຸດິດ, ເອຢິບ, ສະຫະລັດອາຣັບ ເອມິເຣດ, ອາກຊັງຕິນ, ອີຣານ ແລະ ເອທີໂອປີເຂົ້າເປັນສະມາຊິກຂອງອົງການບຣິກສຢ່າງເປັນທາງການ.

ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ, ການເພີ່ມສະມາຊິກຄັ້ງນີ້ມີຄວາມໝາຍຄັ້ງປະຫວັດສາດ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງປະເທດບຣິກສໃນການສາມັກຄີ ແລະ ຮ່ວມມືກັບປະເທດພວມພັດທະນາ, ສອດຄ່ອງກັບຄວາມປາດຖະໜາຂອງປະຊາຄົມໂລກ, ສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະເທດທີ່ເປັນຕະຫຼາດຈະເລີນໃໝ່ ແລະ ປະເທດພວມພັດທະນາ. ທ່ານສີຈິ້ນຜິງກ່າວຕື່ມວ່າ, ການເພີ່ມສະມາຊິກແມ່ນຈຸດເລີ່ມຕົ້ນໃໝ່ຂອງການຮ່ວມມືບຣິກສ, ຈະເພີ່ມພະລັງຊີວິດໃໝ່ໃຫ້ແກ່ກົນໄກຮ່ວມມືບຣິກສ, ແລະຈະເພີ່ມທະວີກຳລັງແຮງແຫ່ງສັນຕິພາບ ແລະ ການພັດທະນາຂອງໂລກ.

ບຣິກສ(BRICS) ແມ່ນກົນໄກຮ່ວມມືສາກົນທີ່ເລີ່ມຕົ້ນຂຶ້ນໃນປີ 2006. ໃນກອງປະຊຸມສຸດຍອດຄັ້ງນີ້, ມີ 20 ກວ່າປະເທດຮ້ອງຂໍເຂົ້າຮ່ວມອົງການບຣິກສ, ສ່ອງແສງໃຫ້ເຫັນເຖິງພະລັງຊີວິດ, ແຮງຈູງໃຈ ແລະ ມູນຄ່າດ້ານຍຸດທະສາດໃນວຽກງານສາກົນຂອງກົນໄກຮ່ວມມືບຣິກສ.

ໃນກອງປະຊຸມສຸດຍອດບຣິກສທີ່ຈັດຂຶ້ນຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງຊີ້ອອກວ່າ, ໂລກປັດຈຸບັນໄດ້ເຂົ້າສູ່ໄລຍະໃໝ່ທີ່ມີຄວາມປັ່ນປ່ວນ ແລະ ການປ່ຽນແປງໃໝ່, ປະເທດບຣິກສແມ່ນກຳລັງແຮງສຳຄັນທີ່ປັບປຸງສະພາບການສາກົນ, ເປັນຕົວແທນໃຫ້ແກ່ທິດທາງກ້າວໜ້າຂອງສັງຄົມມະນຸດ, ຈະສ້າງຜົນສະທ້ອນຢ່າງເລິກເຊິ່ງຕໍ່ຂະບວນການພັດທະນາຂອງໂລກ.

ທ່ານສີຈິ້ນຜິງປະກາດວ່າ, ຈີນໄດ້ສ້າງກອງທຶນເພື່ອການພັດທະນາທົ່ວໂລກ ແລະ ການຮ່ວມມືໃຕ້ໃຕ້ທີ່ມີມູນຄ່າ 4 ຕື້ໂດລາ, ແລະຈະວາງ ເງິນທຶນສະເພາະກິດຈຳນວນ 10 ຕື້ໂດລາ ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກໂດຍສະເພາະ. ຈີນຍັງໄດ້ໃຫ້ການສະໜັບສະໜູນແກ່ການຫັນປ່ຽນຜົນງານປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງປະເທດບຣິກສ, ເພື່ອສະໜັບສະໜູນການເສີມສ້າງຄວາມສາມາດໃນຂົງເຂດກະສິກຳ ອະນຸລັກລະບົບນິເວດ, ຫຼຸດຜ່ອນຜົນກະທົບຈາກໄພທຳມະຊາດ ແລະອື່ນໆຂອງປະເທດຕ່າງໆ. ຈີນຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ ເຊິ່ງລວມທັງການປະກອບອາຊີບ ແລະ ການປະດິດສ້າງໃໝ່ຂອງເພດຍິງ.