ຈີນເດັດດ່ຽວສະໜັບສະໜູນເສັ້ນທາງແຫ່ງຄວາມທັນສະໄໝທີ່ອາຟຣິກາເລືອກດ້ວຍຕົນເອງ

2023-08-25 18:33:50 CRI


    ຕອນຄໍ່າວັນທີ 24 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ມາຕາເມລາ ຊີຣີລ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ ໄດ້ເປັນປະທານຮ່ວມກອງປະຊຸມສົນທະນາຜູ້ນໍາຈີນ-ອາຟຣິກາຈັດຂຶ້ນຢູ່ນະຄອນໂຈຮານເນສເບີກຂອງອາຟຣິກາໃຕ້. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ກ່າວຄໍາປາໄສພາຍໃຕ້ຫົວຂໍ້ “ຮ່ວມກັນຊຸກຍູ້ພາລະກິດຫັນເປັນຄວາມທັນສະໄໝ ຮ່ວມກັນສ້າງອະນາຄົດທີ່ສົດໃສຂອງຈີນ-ອາຟຣິກາ”.


    ສະຫະພາບອາຟຣິກາໄດ້ກໍານົດ “ວາລະກອງປະຊຸມປີ 2063”, ເພື່ອສຸມກໍາລັງສ້າງອາຟຣິກາໃໝ່ທີ່ມີສັນຕິພາບ, ສາມັກຄີ, ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງດ້ວຍຕົນເອງ. ໂດຍອີງຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມປາດຖະໜາຮ່ວມທີ່ມີຕໍ່ຄວາມທັນສະໄໝຂອງຈີນ-ອາຟຣິກາ, ທ່ານ ສີຈິ້ນຜິງ ໄດ້ຢືນຢັນໃນກອງປະຊຸມດັ່ງກ່າວວ່າ: ເສັ້ນທາງສູ່ຄວາມທັນສະໄໝມີຄວາມຫຼາກຫຼາຍ. ສ່ວນເສັ້ນທາງແຫ່ງການພັດທະນາເປັນຄືແນວໃດຈຶ່ງສອດຄ່ອງກັບອາຟຣິກາທີ່ສຸດນັ້ນ, ປະຊາຊົນອາຟຣິກາແມ່ນມີສິດປະກອບຄໍາເຫັນຫຼາຍທີ່ສຸດ. ການຊຸກຍູ້ໃຫ້ເຊື່ອມໂຍງເຂົ້າກັນນັ້ນເປັນເສັ້ນທາງແຫ່ງຄວາມທັນສະໄໝທີ່ປະເທດອາຟຣິກາ ແລະ ປະຊາຊົນອາຟຣິກາເລືອກດ້ວຍຕົນເອງ ເຊິ່ງຈີນສະໜັບສະໜູນຢ່າງເດັດດ່ຽວມາໂດຍຕະຫຼອດ.



    ໃນຮອບ 10 ປີຜ່ານມາ, ຈີນໄດ້ໃຫ້ການຊ່ວຍເຫຼືອດ້ານການພັດທະນາຢ່າງຫຼວງຫຼາຍແກ່ອາຟຣິກາ, ໂດຍໄດ້ປະກອບສ່ວນເຂົ້າໃນການສ້າງເສັ້ນທາງລົດໄຟຍາວ 6.000 ກວ່າກິໂລແມັດ, ທາງດ່ວນຍາວ 6.000 ກວ່າກິໂລແມັດ ແລະ ອຸປະກອນໄຟຟ້າຂະໜາດໃຫຍ່ 80 ກວ່າອັນ. ການສະໜັບສະໜູນຂອງຈີນທີ່ມີຕໍ່ອາຟຣິການັ້ນ, ບໍ່ແມ່ນເຫັນແກ່ຜົນປະໂຫຍດໃນປັດຈຸບັນນີ້, ແຕ່ແມ່ນໄດ້ຖ່າຍທອດບົດຮຽນໃຫ້, ໂຄງການທີ່ຈີນລົງທຶນແມ່ນກວມເອົາພື້ນຖານໂຄງລ່າງຕະຫຼອດຮອດໂຄງການຍົກລະດັບຄວາມສາມາດດ້ານການປະດິດສ້າງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງມີຈຸດປະສົງເພື່ອສະໜັບສະໜູນອາຟຣິກາເພີ່ມທະວີຄວາມສາມາດພັດທະນາດ້ວຍຕົນເອງໃຫ້ສູງຂຶ້ນຕື່ມອີກ.



    ໃນກອງປະຊຸມສົນທະນາຜູ້ນໍາຈີນ-ອາຟຣິກາຄັ້ງນີ້, ທ່ານ ສີຈິ້ນຜິງ ກ່າວວ່າ, ຈີນຍິນດີເປັນຄູ່ຮ່ວມຂອງອາຟຣິກາບົນເສັ້ນທາງຫັນເປັນທັນສະໄໝ, ທັງໄດ້ສະເໜີແຜນການ ແລະ ມາດຕະການຕ່າງໆທີ່ຊ່ວຍເຫຼືອການພັດທະນາຂອງອາຟຣິກາ, ເຊັ່ນ: “ຂໍ້ລິເລີ່ມສະໜັບສະໜູນການຫັນເປັນອຸດສາຫະກຳຂອງອາຟຣິກາ”, ໂດຍຈະລະດົມຊັບພະຍາກອນ ແລະ ວິສາຫະກິດຂອງຈີນ, ສະໜັບສະໜູນອຸດສາຫະກຳການຜະລິດຂອງອາຟຣິກາ, ເພື່ອບັນລຸການຫັນເປັນອຸດສາຫະກຳ ແລະ ຫັນເປັນຫຼາຍເຄົ້າດ້ານເສດຖະກິດ; ປະຕິບັດ “ແຜນການທີ່ຈີນຊ່ວຍເຫຼືອການຫັນເປັນທັນສະໄໝດ້ານກະສິກຳຂອງອາຟຣິກາ”, “ແຜນການຮ່ວມມືບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດລະຫວ່າງຈີນ-ອາຟຣິກາ” ແລະອື່ນໆ.