ອີນໂດເນເຊຍ, ມາເລເຊຍ ແລະ ໄທລົງນາມໃນ MOU ຊໍາລະສະສາງດ້ວຍເງິນຕາຂອງສາມປະເທດເພື່ອຫຼຸດຜ່ອນການອາໄສເງິນໂດລາ

2023-08-26 14:08:19 CRI

   ວັນທີ 25 ສິງຫານີ້ຕາມເວລາທ້ອງຖິ່ນ, ໃນໄລຍະຈັດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນຄັ້ງທີ 10 ຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍ, ທະນາຄານກາງອີນໂດເນເຊຍ, ມາເລເຊຍ ແລະ ໄທໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຫຼື MOU ວ່າດ້ວຍການຊໍາລະສະສາງດ້ວຍເງິນຕາຂອງສາມປະເທດເພື່ອຫຼຸດຜ່ອນການອາໄສເງິນໂດລາໃຫ້ໜ້ອຍລົງ.


   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກ່ອນໜ້ານີ້, ອິນໂດເນເຊຍໄດ້ສ້າງການພົວພັນ ແລະ ຮ່ວມມືດ້ານການຊໍາລະສະສາງດ້ວຍເງິນຕາຂອງປະເທດຕົນກັບໄທ ແລະ ມາເລເຊຍທີ່ເປັນປະເທດສະມາຊິກອາຊຽນແລ້ວ ເຊິ່ງການລົງນາມໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ເປັນການເພີ່ມເຕີມດ້ານການຊໍາລະສະສາງດ້ວຍເງິນຕາຂອງປະເທດຕົນ, ໝາຍຄວາມວ່າສາມປະເທດຈະດໍາເນີນການຄ້າ ແລະ ການລົງທຶນໂດຍກົງດ້ວຍເງິນຕາຂອງປະເທດຕົນ, ນອກນັ້ນ, ວິສາຫະກິດຂອງສາມປະເທດດັ່ງກ່າວບໍ່ຈໍາເປັນຕ້ອງນໍາໃຊ້ເງິນໂດລາເປັນເງິນຕາຕົວກາງ.


   ທ່ານ ເພຣີ ວຣາຈິໂຢ ຜູ້ວ່າການທະນາຄານກາງອິນໂດເນເຊຍ ຢືນຢັນວ່າ: ອິນໂດເນເຊຍ ແລະ ສອງປະເທດດັ່ງກ່າວຫວັງວ່າ, ເງິນຕາຂອງສາມປະເທດຈະບໍ່ພຽງແຕ່ນໍາໃຊ້ເຂົ້າໃນຂົງເຂດການຄ້າ ແລະ ການລົງທຶນເທົ່ານັ້ນ. ທ່ານ ເພຣີ ແຈ້ງໃຫ້ຮູ້ວ່າ: ໃນຖານະທີ່ເປັນສ່ວນໜຶ່ງຂອງບົດບັນທຶກຄວາມເຂົ້າໃຈສະບັບໃໝ່, ອິນໂດເນເຊຍ, ມາເລເຊຍ ແລະ ໄທ ໄດ້ເຫັນດີໃຫ້ຊຸກຍູ້ການຊໍາລະສະສາງຂ້າມແດນທີ່ມີປະສິດທິພາບສູງກວ່າເກົ່າ, ນອກນັ້ນ, ສາມປະເທດຍັງຈະນໍາໃຊ້ເງິນຕາຂອງປະເທດຕົນເພື່ອດໍາເນີນການຄ້າຊັບສິນດ້ານການທະນາຄານຕື່ມອີກ, ລວມທັງພັນທະບັດຂອງລັດຖະບານ ແລະ ຫຸ້ນ.