ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບໝາກຜົນອັນອຸດົມສົມບູນ

2023-08-26 11:54:25 CRI

 

   ວັນທີ 25 ສິງຫານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໂດຍໄດ້ແຈ້ງໃຫ້ຮູ້ສະພາບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນໂອກາດດັ່ງກ່າວ, ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງໄດ້ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ສ້າງຕັ້ງງານວາງສະແດງສິນຄ້າຈີນ-ອາຊຽນເປັນຕົ້ນມາ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນໄດ້ຮັບການຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບໝາກຜົນອັນອຸດົມສົມບູນ.


   ເມື່ອເບິ່ງຈາກດ້ານການຄ້າແລ້ວ, ປະລິມານການຄ້າລະຫວ່າງຈີນ-ອາຊຽນໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ເລີ່ມແບ່ງປັນຜົນປະໂຫຍດ, ການສ້າງເຂດການຄ້າເສລີຈີນ-ອາຊຽນໄດ້ຮັບການຊຸກຍູ້ໃຫ້ເຂົ້າສູ່ລວງເລິກ, ຖານະການເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນລະກັນລະຫວ່າງຈີນ-ອາຊຽນໄດ້ຮັບການປັບປຸງໃຫ້ແໜ້ນແຟ້ນຂຶ້ນຕື່ມອີກ, ສັງເກດໄດ້ຈາກປີ 2022, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍບັນລຸເຖິງ 975,3 ຕື້ໂດລາ, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແລະ ໄດ້ເພີ່ມຂຶ້ນ 1,2 ເທົ່າໃນໄລຍະ 10 ປີຜ່ານມາ.


   ເມື່ອເບິ່ງຈາກດ້ານການລົງທຶນແລ້ວ, ຈີນ ແລະ ອາຊຽນຕ່າງເປັນແຫຼ່ງທີ່ມາ ແລະ ເປົ້າໝາຍການລົງທຶນທີ່ສໍາຄັນຂອງກັນແລະກັນ. ນັບມາຮອດເດືອນກໍລະກົດປີນີ້, ຍອດມູນຄ່າການລົງທຶນລະຫວ່າງຈີນ-ປະເທດສະມາຊິກອາຊຽນໄດ້ບັນລຸຫຼາຍກວ່າ 380 ຕື້ໂດລາ, ຂະນະທີ່ຈີນໄດ້ສ້າງຕັ້ງບໍລິສັດແບບລົງທຶນໂດຍກົງຫຼາຍກວ່າ 6.500 ແຫ່ງຢູ່ອາຊຽນ.