ປະເທດແຄມທະເລມະຫາສະໝຸດປາຊີຟິກມີສິດກ່າວຟ້ອງລັດຖະບານຍີ່ປຸ່ນແລະທວງຄ່າທົດແທນກໍລະນີທີ່ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລ

2023-08-26 19:43:47 cri

ວັນທີ 24 ສິງຫາ 2023, ຍີ່ປຸ່ນເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄຣຍເກາະຟຸຄຸຊິມະລົງສູ່ທະເລຢ່າງເປັນທາງການ. ຜູ້ຊ່ຽວຊານທີ່ກ່ຽວຂ້ອງຊີ້ໃຫ້ເຫັນວ່າ: ປະເທດຕ່າງໆຢູ່ແຄມທະເລມະຫາສະໝຸດປາຊີຟິກບໍ່ຄວນເປັນຜູ້ຮັບບາບແທນຄວາມເຫັນແກ່ຕົວທີ່ສຸດຂອງລັດຖະບານຍີ່ປຸ່ນ ແລະ ມີສິດກ່າວຟ້ອງລັດຖະບານຍີ່ປຸ່ນເພື່ອທວງຄ່າທົດແທນ.

ເມື່ອເບິ່ງຈາກດ້ານກົດໝາຍສາກົນແລ້ວ, ປັດຈຸບັນ, ມີສົນທິສັນຍາສາກົນຫຼາຍສະບັບໄດ້ກຳນົດຕໍ່ປະເທດໃດໜຶ່ງຖອກເທສິ່ງເສດເຫຼືອທີ່ມີລັງສີນິວເຄຣຍລົງສູ່ທະເລ. “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລ” ສະບັບ 1982 ໄດ້ລະບຸວ່າ: ບັນດາປະເທດມີພັນທະປົກປັກຮັກສາສິ່ງແວດລ້ອມທາງທະເລ, ຫ້າມ “ຍ້າຍຄວາມເສຍຫາຍ ຫຼື ຄວາມສ່ຽງ”. ຍີ່ປຸ່ນແມ່ນປະເທດສະມາຊິກ “ສົນທິສັນຍາວ່າດ້ວຍທະເລຫຼວງ”, “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລ”, “ສົນທິສັນຍາວ່າດ້ວຍການແຈ້ງອຸບັດເຫດນິວເຄຣຍໂດຍໄວ”, “ສົນທິສັນຍາວ່າດ້ວຍການຖອກເທສິ່ງເສດເຫຼືອລອນດອນ” ແລະ ສົນທິສັນຍາສາກົນອື່ນໆ, ປັດຈຸບັນພັດລະເມີດສົນທິສັນຍາສະບັບຕ່າງໆ, ສະນັ້ນ ຍີ່ປຸ່ນຄວນແບກຫາບຄວາມຮັບຜິດຊອບຂອງຕົນ ແລະ ທົດແທນຕໍ່ປະເທດຢູ່ແຄມທະເລມະຫາສະໝຸດປາຊີຟິກ.

ໃນຊຸມປີ 1970, ຝຣັ່ງຖືກອົສຕຣາລີ ແລະ ນູແວເຊລັງກ່າວຟ້ອງຕໍ່ສານສາກົນຍ້ອນຝຣັ່ງດຳເນີນການທົດລອງນິວເຄຣຍຢູ່ມະຫາສະໝຸດປາຊີຟິກໃຕ້; ຕົ້ນສະຕະວັດນີ້, ຍ້ອນບັນຫາສິ່ງເສດເຫຼືອນິວເຄຣຍຢູ່ພື້ນທະເລ, ອັງກິດຖືກອຽກລັງກ່າວຟ້ອງຕໍ່ສານສາກົນວ່າດ້ວຍກົດໝາຍທະເລ. ປີ 1986, ອາເມຣິກາ ແລະ ໝູ່ເກາະມາດໂຊນ ອິດສະແລນ ເຊັນ “ສັນຍາການຕິດຕໍ່ເສລີ” ໂດຍເຫັນດີຮັບຜິດຊອບການທົດແທນຕໍ່ຄວາມເສຍຫາຍດ້ານຊັບສິນ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນມາດໂຊນຍ້ອນການທົດລອງອາວຸດນິວເຄຣຍຢູ່ໝູ່ເກາະດັ່ງກ່າວ.

ຈາກນີ້ສາມາດເຫັນໄດ້ວ່າ, ປະເທດຢູ່ແຄມທະເລມະຫາສະໝຸດປາຊີຟິກສາມາດອ້າງອີງຄະດີຕົວຢ່າງດັ່ງກ່າວ ທວງຄ່າທົດແທນຕໍ່ຍີ່ປຸ່ນເພື່ອປ້ອງກັນສິດ ແລະ ຜົນປະໂຫຍດຂອງປະເທດຕົນ ບົນພື້ນຖານທີ່ວິເຄາະທາງວິທະຍາສາດຂອງສະພາບຄວາມເສຍຫາຍຂອງປະເທດຕົນ.