ຜູ້ຕ້ອງຫາຫຼອກລວງຜ່ານທາງໂທລະຄົມຢູ່ມຽນມາອີກ 5 ຄົນຖືກຄຸມຕົວສົ່ງຄືນປະເທດຈີນ

2023-08-27 15:38:07 CRI

 

ວັນທີ 26 ສິງຫານີ້, ຜູ້ຕ້ອງຫາຫຼອກລວງຜ່ານທາງໂທລະຄົມຢູ່ມຽນມາອີກ 5 ຄົນຖືກຝ່າຍຕຳຫຼວດມຽນມາມອບໃຫ້ແກ່ໜ່ວຍງານຝ່າຍຕຳຫຼວດຂອງຈີນຢູ່ສະໜາມບິນສາກົນຢາງກຸ້ງຂອງມຽນມາ, ແລະຖືກຄຸມຕົວສົ່ງກັບຄືນປະເທດຈີນ. ຮອດປັດຈຸບັນນີ້, ພາຍໃນ 4 ມື້ລວມມີຜູ້ຕ້ອງຫາຫຼອກລວງຜ່ານທາງໂທລະຄົມຢູ່ມຽນມາ 24 ຄົນຖືກຄຸມຕົວສົ່ງຄືນຈີນ.

 

ຫວ່າງບໍ່ດົນມານີ້, ຝ່າຍຕຳຫຼວດ 4 ປະເທດຄືຈີນລາວໄທມຽນມາໄດ້ເລີ່ມດຳເນີນການເຄື່ອນໄຫວຮ່ວມສະເພາະການໂຈມຕີກຸ່ມຕ້ອງໂທດການຫຼອກລວງຜ່ານທາງກາຊີໂນອອນລາຍ, ເຊິ່ງມີຈຸດປະສົງເພື່ອໂຈມຕີອາຊະຍາກຳການຫຼອກລວງຜ່ານທາງຕາໜ່າງໂທລະຄົມແລະກາຊີໂນທາງອິນເຕີເນັດຢ່າງເຂັ້ມງວດ, ເດັດດ່ຽວປ່ຽນແປງສະພາບການທີ່ມີການຄ້າຂາຍມະນຸດ, ການລັກພາຕົວ, ການກັກຕົວແລະການກໍ່ອາຊະຍຳກຳອື່ນໆເກີດຂຶ້ນເລື້ອຍໆ.